spot_img
Homeຂ່າວພາຍ​ໃນຫ້າມເຜີຍແຜ່ວິດີໂອທີ່ຊາຍຊາວຈີນເອົາສາວລາວມາຖ່າຍອະນາຈານ

ຫ້າມເຜີຍແຜ່ວິດີໂອທີ່ຊາຍຊາວຈີນເອົາສາວລາວມາຖ່າຍອະນາຈານ

Published on

ຈາກກໍລະນີໄດ້ມີຄລິບວິດີໂອຖືກເຜີຍແຜ່ຜ່ານສື່ສັງຄົມອອນລາຍຈຳນວນຫຼາຍໃນຕອນນີ້ ກ່ຽວກັບຊາຍຊາວຈີນ ລັກສະນະໃສ່ໝວກ ແລະຢູ່ນຳນັກຮຽນ ຫຼື ແມ່ຍິງລາວ ໂດຍໃຫ້ແມ່ຍິງໃສ່ເສື້ອນັກຮຽນ ຫຼື ເສື້ອຊາວໜຸ່ມ ໃນຫ້ອງພັກເພື່ອທີ່ຈະຖ່າຍທຳໄປທາງອະນາຈານ.

ຈາກກໍລະນີດັ່ງກ່າວ ແມ່ນໃຫ້ຮູ້ວ່າຄລິບດັ່ງກ່າວນັ້ນ (ສະເພາະຄຣິບຊາຍຊາວຈີນໃສ່ໝວກ) ແມ່ນເປັນຄຣິບເມື່ອຫຼາຍປີກ່ອນ, ເຊິ່ງໄດ້ຖືກເຜີຍແຜ່ໃນປີ 2020 ທີ່ຜ່ານມາ. ເຊິ່ງຜູ້ກ່ຽວ ແລະຜູ້ຮ່ວມຂະບວນທັງໝົດກ່ຽວກັບເລື່ອງນີ້ ແມ່ນໄດ້ຖືກເຈົ້າໜ້າທີ່ນຳໂຕໄປດຳເນີນຄະດີຕາມກົດໝາຍປະມວນອາຍາຂອງ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ.

ສະນັ້ນ, ຈຶ່ງຂໍໃຫ້ຮຽກຮ້ອງໃຫ້ບັນດາສື່ສັງຄົມອອນລາຍ ພໍ່ແມ່ປະຊາຊົນ ບໍ່ເຜີຍແຜ່ ແລະ ແຊວິດີໂອດັ່ງກ່າວຕໍ່ໄປ ເພື່ອບໍ່ໃຫ້ເຂົ້າໃຈຜິດຕໍ່ຜູ້ໃຊ້ສື່ສັງຄົມອອນລາຍຄົນອື່ນໆ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...