spot_img
Homeຂ່າວພະຍາກອນອາກາດແຂວງສາລະວັນເຕືອນປະຊາຊົນທີ່ອາໄສຢູ່ລຽບຕາມແຄມແມ່ນ້ຳ ໃຫ້ລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ

ແຂວງສາລະວັນເຕືອນປະຊາຊົນທີ່ອາໄສຢູ່ລຽບຕາມແຄມແມ່ນ້ຳ ໃຫ້ລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ

Published on

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສາລະວັນອອກແຈ້ງການກ່ຽວກັບການຄາດຄະເນຈະມີຝົນຕົກ ໃນລະຫວ່າງວັນທີ 1 – 6 ສິງຫາ 2023.

ສະພາບອາກາດ ໃນລະຫວ່າງວັນທີ 1 – 6 ສິງຫາ 2023, ຮ່ອງຄວາມກົດດັນຂອງ ອາກາດຕໍ່າ ຈະພາດຜ່ານຢູ່ທົ່ວທຸກເຂດ ຂອງແຂວງສາລະວັນ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກ ຄຸມດ້ວຍກໍາລັງປານກາງ ຫາ ແຮງ ເຊິ່ງລັກສະນະດັ່ງກ່າວ ຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບປານກາງ ຫາ ຕົກໜັກ ພ້ອມທັງມີລົມພັດແຮງຢູ່ບາງເມືອງຂອງແຂວງສາລະວັນ ແລະ ອາດຈະມີນໍ້າຖ້ວມຂັງ, ນ້ຳຖ້ວມຊຸ ແລະ ດິນເຈື່ອນ ໂດຍສະເພາະແມ່ນ ພໍ່ແມ່ປະຊາຊົນທີ່ອາໄສຢູ່ລຽບຕາມແຄມແມ່ນ້ຳເຊໂດນ, ເຊເສັດ, ເຊລະນອງ, ເຊໂປນ ຫຼື ໃກ້ຫ້ວຍຮ່ອງຕ່າງໆ ຈົ່ງມີສະຕິລະມັດລະວັງ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...