ສະຫະລັດເກັບຊາກຊິ້ນສ່ວນສິ່ງທີ່ມິຊີວິດທິ່ບໍ່ແມ່ນມາຈາກມະນຸດ

0
1137

ອະດີດເຈົ້າໜ້າທີ່ຂ່າວກອງທັບອາກາເປີດເຜີຍວ່າ: ສະຫະລັດເກັບຊາກຊິ້ນສ່ວນສິ່ງທີ່ມິຊີວິດທິ່ບໍ່ແມ່ນມາຈາກມະນຸດ ຈາກບໍລິເວນຈຸດທີ່ມີວັດຖຸລຳໜຶ່ງຕົກລົງເຊິ່ງບໍ່ສາມາດລະບຸຊະນິດໄດ້.

ວັນທີ 26 ກໍລະກົດ 2023 ຄະນະກຳມະທິການຄວບຄຸມ ແລະ ກວດສອບປະຈຳສະພາຜູ້ແທນລາຊະດອນສະຫະລັດໄດ້ຈັດກອງປະຊຸມຕິດຕາມຄວາມຄືບໜ້າກ່ຽວກັບປາກົດການທາງອາກາກດສາມາດອະທິບາຍໄດ້ ຫຼື UAPs ເຊິ່ງກ່ອນໜ້ານີ້ຮູ້ຈັກກັນໃນຊື່ຂອງ UFO ຫຼືວ່າຍານອາວະກາດທີ່ບໍ່ສາມາດລະບຸຊະນິດໄດ້.

ການເປີດເຜີຍດັ່ງກ່າວມາຈາກ ເດວິດ ກັຊ ອະດີດເຈົ້າໜ້າທີ່ຂ່າວຂອງກອງທັບອາກາດ ໂດຍເຂົ້າຊີ້ແຈງຕໍ່ຄະນະກຳມະທິການຄວບຄຸມ ແລະ ກວດສອບປະຈຳຜູ້ແທນລາຊະດອນ ໂດຍໄດ້ລະບຸວ່າ: ສະຫະລັດໄດ້ດຳເນີນໂຄງການລັບມາເປັນເວລາຫຼາຍ 10 ປີ ເພື່ອເກັບກູ້ ແລະ ສຶກສາໂຄງສ້າງຂອງວັດຖຸ ບິນທີ່ບໍ່ຮູ້ຊະນິດທີ່ຕົກລົງມາ ແລະ ສາມາດເກັບຊິ້ນສ່ວນ ທາງຊີວະພາບທີ່ບໍ່ແມ່ນມາຈາກມະນຸດ.

ຢ່າງໃດກໍຕາມ ລາຍງານທີ່ເປີດເຜີຍໂດຍກະຊວງປ້ອງກັນປະເທດຂອງສະຫະລັດເມື່ອປີ 2021 ຢືນຍັນວ່າບໍ່ພົບຫຼັກຖານທີ່ເຊື່ອງໂຍງປາກົດການທາງອາກດທີ່ບໍ່ສາມາດອະທິບາຍໄດ້ກັບວັດຖຸຈາກນອກໂລກ.

ເຊິ່ງຫຼາຍປີທີ່ຜ່ານມາ ລັດຖະບານສະຫະລັດໄດ້ເປີດເຜີຍ: ລາຍງານຫຼາຍຫຼາຍສະບັບກ່ຍວກັບການພົບເຫັນປາກົດການທາງອາກາດທີ່ບໍ່ສາມາດອະທິບາຍໄດ້ ຂະນະທີ່ບາງສ່ວນຍັງບໍສາມາດຫາຄຳຕອບໄດ້ ຂະນະທີ່ບາງສ່ວນຂໍ້ສະຫຼຸບວ່າເປັນຊິ້ນສ່ວນຂອງສັດ ເຊັ່ນ: ບາລູນ ໂດນ ຖົງພາສຕິກທີ່ຖືກລົມພັດລອຍຂຶ້ນສູ່ອາກາດຫຼືນົກ.