Homeຂ່າວຕ່າງປະເທດຄຣິບເຫດການຂົວຖະຫຼົ່ມລົງມາທັບປະຊາຊົນຈຳນວນຫຼາຍທີ່ກຸງເທບ ປະເທດໄທ

ຄຣິບເຫດການຂົວຖະຫຼົ່ມລົງມາທັບປະຊາຊົນຈຳນວນຫຼາຍທີ່ກຸງເທບ ປະເທດໄທ

Published on

ຂົວຂ້າມແຍກ ທີ່ລາດກະບັງ ຖະຫຼົ່ມ ເຮັດໃຫ້ມີຄົນເສຍຊີວິດ ແລະ ບາດເຈັບອີກຈຳນວນໜຶ່ງ.

ໃນວັນທີ 10 ກໍລະກົດ 2023 ເສລາ 18:41 ນາທີ ເກີດເຫດຄານຂົວຍົກລະດັບອ່ອນນຸດ-ລາດສະບັງ ທີ່ຢູ່ໃນະຫວ່າງການກໍ່ສ້າງໄດ້ຖະຫຼົ່ມລົງມາທັບລົດຂອງປະຊາຊົນ ທີ່ກຸງເທບ ປະເທດໄທ ຖະຫຼົ່ມລົງ ເບື້ອງຕົ້ນທາງເຈົ້າໜ້າທີ່ຫຼາຍຝ່າຍເຂົ້າກວດສອບພົບມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 7 ຄົນ.

ຫຼ້າສຸດ ມີຄົນໄດ້ຮັບບາດເຈັບ 13 ຄົນ ແລະ ເສຍຊີວິດອີກ 1 ຄົນທີ່ໂຮງໝໍ ລວມເປັນເສຍຊີວິດ 2 ຄົນ.

ນອກນີ້ ທາງເຈົ້າໜ້າທີ່ກໍຍັງປະຕິບັດການ ແລະ ຄາດວ່າຍັງມີຄົນຕິດຢູ່ໃນຊາກຂົວຖະຫຼົ່ມຢູ່ ພ້ອມກ່າວວ່າ “ສ່ວນປະຊາຊົນທ່ານໃດຄິດວ່າຍາດພີ່ນ້ອງສູນຫາຍໃນເຂດດັ່ງກ່າວແມ່ນໃຫ້ຮີບແຈ້ງ 199”.

ຈາກເຫດການທີ່ເກີດຂຶ້ນ ຫຼາຍຄົນຍັງຖາມຫາຜູ້ຮັບຜິດຊອບ ເພາະມີຄົນບາດເຈັບ ແລະ ເສຍຊີວິດ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...