spot_img
Homeຂ່າວທ້ອງຖິ່ນ6 ເດືອນຕົ້ນປີ ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ປະຕິບັດແຜນການຈັດເກັບລາຍຮັບໄດ້ 46,07 %

6 ເດືອນຕົ້ນປີ ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ປະຕິບັດແຜນການຈັດເກັບລາຍຮັບໄດ້ 46,07 %

Published on

ຕາມການໃຫ້ສໍາພາດຂອງ ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 6 ກໍລະກົດ 2023 ຜ່ານມາ, ກ່ຽວກັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບໃນໄລຍະ 6 ເດືອນຕົ້ນປີ 2023 ວ່າ : ຕາມແຜນການທີ່ໄດ້ຮັບມອບໝາຍ ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ຈໍານວນທັງໝົດ 602 ຕື້ກວ່າກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 281 ຕື້ກວ່າກີບ ເທົ່າກັບ 46,07 % ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 60,99%, ລາຍຮັບສ່ວນຫລາຍແມ່ນໄດ້ມາຈາກການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ເຊິ່ງມີອັດຕາການເພີ່ມຂຶ້ນ 40%, ປະເພດສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ເພີ່ມຂຶ້ນ 38% ແລະ ປະເພດລາຍຮັບຈາກຄ່າທໍານຽມຕ່າງໆ (ຄັງແຮ) ເພີ່ມຂຶ້ນ 452,65 %.

ເພື່ອຕ້ານການຮົ່ວໄຫລ ທຸກລາຍຮັບເຂົ້າງົບປະມານ ຕາມຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ແລະ ການປະຕິບັດບັດວາລະແຫ່ງຊາດ ແມ່ນຈະພ້ອມກັນຈັດເກັບລາຍຮັບທຸກລາຍການທີ່ມີ ຕາມກົດໝາຍ ແລະ ນິຕິກໍາກໍານົດໄວ້ໃຫ້ຄົບຖ້ວນ ແລະ ທັນເວລາ, ອັດຕັນທຸກຊ່ອງຫວ່າງທີ່ມີການຮົ່ວໄຫລ, ປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມື, ຊ່ວຍເຫລືອອໍານວຍຄວາມສະດວກໃຫ້ຜູ້ປະກອບການທີ່ມາໃຊ້ບໍລິການດ່ານໃຫ້ຫຼາຍຂຶ້ນ, ສ້າງຖານຂໍ້ມູນ, ແຫລ່ງຂ່າວຫລັກລອບ ຫລື ລະເມີດກົດໝາຍວ່າດ້ວຍພາສີ ແລະ ນິຕິກໍາຢູ່ພາຍໃນດ່ານໃຫ້ມີຄວາມຊັດເຈນ, ປະຕິບັດຕາມການຊີ້ນໍາຈາກການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ໃນແຕ່ລະໄລຍະຢ່າງເຂັ້ມງວດ.

ທ່ານຫົວໜ້າດ່ານພາສີປະຈໍາຂົວມິດຕະພາບ 3 ຍັງໄດ້ກ່າວຕື່ມອີກວ່າ: ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າບັນລຸຕາມຕົວເລກຄາດໝາຍທີ່ຂັ້ນເທິງວາງໄວ້ ແມ່ນຈະສືບຕໍ່ເຮັດວຽກການເມືອງແນວຄິດ ກັບເຈົ້າໜ້າທີ່ພະນັກງານພາສີປະຈໍາດ່ານ ພ້ອມກັນ ເປັນເຈົ້າການໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ແລະ ລື່ນແຜນທີ່ກໍານົດໄວ້, ແນະນໍາໃຫ້ຄວາມເຂົ້າໃຈຕໍ່ຜູ້ປະກອບການ ຫລື ຜູ້ທີ່ມາບໍລິການຜ່ານດ່ານ, ຜູ້ແຈ້ງພາສີທົ່ວໄປ ໃຫ້ມີຄວາມເຂົ້າໃຈຕໍ່ລະບົບການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຖຶກຕ້ອງຕາມລະບຽບກົດໝາຍ.

ທີ່ມາ: khammouanenews

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...