spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ຈັບໄວໜຸ່ມທີ່ຂາຍນ້ຳກະທ້ອມໄດ້ 1 ຄົນ

ເຈົ້າໜ້າທີ່ຈັບໄວໜຸ່ມທີ່ຂາຍນ້ຳກະທ້ອມໄດ້ 1 ຄົນ

Published on

ໃນວັນທີ 28 ມິຖຸນາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ສາມາດກວດພົບເຫັນກັກຕົວຜູ້ຄ້າ-ຂາຍນ້ຳກະທ້ອມຈຳນວນ 1 ຄົນຄື ທ້າວ ວຽງເງິນ, ອາຍຸ 17 ປີ ຢູ່ບ້ານນ້ຳຕົ້ມ ເມືອງແປກ ແຂວງຊຽງຂວາງ ພ້ອມດ້ວຍຂອງກາງນ້ຳຫົວເຊື້ອຕົ້ມໃສ່ໃບກະທ້ອມ ຈຳນວນ 8 ກ່ອງ ແລະ ໃບກະທ້ອມຈຳນວນໜຶ່ງ.

ຜ່ານການສືບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ນ້ຳຫົວເຊື້ອຕົ້ມໃສ່ໃບກະທ້ອມ ຈຳນວນ 8 ກ່ອງ ແລະ ໃບກະທ້ອມຈຳນວນໜຶ່ງ ແມ່ນຂອງຜູ້ກ່ຽວແທ້ ເຊິ່ງຜູ້ກ່ຽວໄດ້ສັ່ງຊື້ນຳກຸ່ມແກ້ງທີ່ຢູ່ນະຄອນຫຼວງວຽງຈັນ ຈຳນວນ 10 ຊຸດ.

ແຫຼ່ງຂ່າວ ຂ່າວ ປກສ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...