spot_img
Homeຂ່າວພາຍ​ໃນລັກຊັບຫຼາຍຄັ້ງໄປບໍ່ລອດຖືກຈັບຄາໂຮງແຮມ

ລັກຊັບຫຼາຍຄັ້ງໄປບໍ່ລອດຖືກຈັບຄາໂຮງແຮມ

Published on

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ນຳເອົາຜູ້ຖືກຫາ ຄະດີລັກຊັບພົນລະເມືອງ ຄື ທ້າວ ເຄນຄຳ ໄຊຍະລາດ ອາຍຸ 32 ປະຊາຊົນ ບ້ານຫຼັກ 7 ເມືອງຄຳເກີດ ແຂວງບໍລິຄຳໄຊ ທີ່ກໍ່ເຫດມາແລ້ວຫຼາຍຄັ້ງ ກ່ອນຖືກຈັບຄາໂຮງແຮມ ໄປເຮັດແຜນປະກອບຄໍາຮັບສາລະພາບຢູ່ບ່ອນຜູ້ກ່ຽວລັກຊັບ ເພື່ອປະກອບໃສ່ສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນ ເພື່ອສັ່ງຟ້ອງສານປະຊາຊົນ ຕັດສິນຕາມກົດໝາຍ.

อาจเป็นรูปภาพของ 1 คน และ กำลังอ่านหนังสือ

ທ້າວ ເຄນຄຳ ຮັບສາລະພາບ ວ່າ: ເລີ່ມແຕ່ເດືອນ ກັນຍາ ປີ 2022 ເປັນຕົ້ນມາ ແມ່ນໄດ້ເຄື່ອນໄຫວກໍເຫດລັກຊັບພົນລະເມືອງ ມາແລ້ວ ເປັນ 20 ຄັ້ງ.

อาจเป็นรูปภาพของ 1 คน และ เตารีดผ้า

  • ຄັ້ງທີ 1-9 ແມ່ນລັກເຄື່ອງໃຊ້, ເຄື່ອງດື່ມ ວັດຖຸຕ່າງໆ ຕາມຮ້ານ ແລະ ເຮືອນຂອງປະຊາຊົນ ເພື່ອນຳໄປຂາຍ ເອົາເງິນມາຊື້ຢາບ້າມາເສບ, ຫຼີ້ນເກມ, ຫຼີ້ນກິນຟຸມເຟືອຍ.
  • ຄັ້ງທີ 10 ແມ່ນລັກຊັບຢູ່ຮ້ານສ້ອມແປງລົດຈັກ ພາຍໃນເມືອງ ໄດ້ເງິນ 7.000.000 ກີບ, ເງິນບາດ 3.000 ບາດ.
  • ຄັ້ງທີ 11 ເວລາ ປະມານ 7 ໂມງ ຂອງວັນທີ 30 ທັນວາ 2022 ໄດ້ລັກຊັບ ຢູ່ໃນວັດໜອງປອງ ໂດຍໃຊ້ຕໍ່ລະບິດ, ເຈາະເພດານເຂົ້າໄປໃນກຸຕິ ແລ້ວລັກເອົາເງິນ 5.000.000 ກີບ, ເງິນບາດ 2.000 ບາດ ເງິນໂດລາ 100 ໂດລ່າ ແລະ ໂທລະສັບ 1 ໜ່ວຍ.
  • ຄັ້ງທີ 12 ເວລາ ປະມານ 21 ໂມງ ຂອງວັນທີ 16 ມັງກອນ 2023 ໄດ້ລັກຊັບ ທີ່ຮ້ານຂາຍເຄື່ອງ ບ້ານທົ່ງຈະເລີນ ໂດຍໃຊ້ໄມກ່າຍໃສ່ເສົາເຮືອນ ແລ້ວປີນຂຶ້ນຊັ້ນສອງ, ໂດຍໃຊ້ມີດ, ຕໍລະບິດ ງັດປະຕູເຂົ້າໄປໃນຮ້ານ,ຈາກນັ້ນກໍ່ຊອກຫາຊັບສິນທີ່ມີຄ່າ ໄດ້ເງິນ 30.000.000 ກີບ, ເງິນບາດ 130.000 ບາດ, ສາຍແຂນ 1 ເສັ້ນ, ສາຍຄໍ 1 ເສັ້ນ, ແຫວນ 1 ວົງ ແລະ ຕຸ້ມຫູ 1 ຄູ.
  • ຄັ້ງທີ 13 ວັນທີ 15 ກຸມພາ 2023 ໄດ້ລັກຊັບ ຢູ່ຮ້ານຂາຍເຄື່ອງ ຢູ່ບ້ານນໍ້າພາວ ໂດຍໃຊ້ມີດ, ຕໍລະບິດ ຍັດເຂົ້າໄປໃນຮ້ານ ແລ້ວຊອກຫາຊັບສິນ ແລ້ວພົບເຫັນແຈລົດໃຫຍ່ ຈິງປົດລອັກລົດ ແລ້ວນຳເອົາເງິນໃນລົດ 52.000.000 ກີບ.
  • ຄັ້ງທີ 14 ເວລາ 22 ໂມງ ຂອງວັນທີ 21 ມີນາ 2023 ລັກຊັບໃນຫ້ອງການສຶກສາເມືອງ ໄດ້ເງິນ 10.000.000 ກີບ.
  • ຄັ້ງທີ 15 ໄດ້ງັດເຮືອນຂອງປະຊາຊົນ ບ້ານທົ່ງຈະເລີນ ໄດ້ເງິນ 10.000.000 ກີບ.
  • ຄັ້ງທີ 16 ຫາ 17, ໄດ້ລັກຊັບ ຢູ່ໃນວັດ ແສນອຸດົມ ແລະ ວັດປ່າຜານາງຮ້ອງ ໄດ້ເງິນທັງໝົດ 30.080.000 ກີບ.
  • ຄັ້ງທີ 18-19 ໄດ້ລັກຊັບພາຍໃນຮ້ານແປງລົດຈັກ ບ້ານໜອງປອງ ໄດ້ເງິນ 11.000.000 ກີບ.
  • ຄັ້ງທີ 20 ເວລາປະມານ 8:00 ໂມງ ຂອງວັນທີ 5 ມິຖຸນາ 2023 ໄດ້ລັກຊັບ ຢູ່ຮ້ານຂາຍເຄື່ອງໄຟຟ້າ ແຫ່ງໜຶ່ງ ຢູ່ບ້ານ ໜອງປອງ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ, ໂດຍຜູ້ກ່ຽວຍ່າງເຂົ້າໄປໃນຮ້ານ ແລ້ວພົບເຫັນກະເປົາສີດໍາວາງໄວ້ໜ້າໂຕະ ໂດຍບໍ່ມີຄົນຢູ່ ຈິ່ງໄດ້ເອົາກະເປົາດັ່ງກ່າວ ແລ້ວເອົາຕົວຫຼົບໜີໄປພັກຢູ່ໂຮງແຮມແຫ່ງໜຶ່ງ ຢູ່ບ້ານ ທົ່ງຈະເລີນ ໃນກະເປົາດັ່ງກ່າວ ມີເງິນ 1.350.000 ກີບ, ເງິນບາດ 3.000 ບາດ, ບັດເອທີເອັມ 1 ບັດ ແລະ ສາຍຄໍສີເຫຼືອງ 1 ເສັ້ນ ແລ້ວຜູ້ກ່ຽວ ກໍ່ໄດ້ນຳເງິນຈຳນວນ ດັ່ງກ່າວ ໄປຊື້ຢາບ້າມາເສບ ຫຼີ້ນເກມ ແລ້ວກັບມາພັກຢູ່ໂຮງແຮມ ພໍຮອດເວລາ 21 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ພວກເຮົາຈີ່ງໄດ້ນໍາກໍາລັງເຂົ້າໄປກັກຕົວ ຜູ້ຖືກຫາ ໃນໂຮງແຮມດັ່ງກ່າວ.

ແຫຼ່ງຂ່າວ ຄວາມສະຫງົບ Lao Security News

อาจเป็นรูปภาพของ 1 คน

อาจเป็นรูปภาพของ 2 คน

อาจเป็นรูปภาพของ 1 คน, เครื่องทำน้ำอุ่น, โรงพยาบาล และ ข้อความ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...