spot_img
Homeຂ່າວພາຍ​ໃນລະບົບການຈອງຄິວເຮັດໜັງສືຜ່ານແດນລ່າຊ້າ

ລະບົບການຈອງຄິວເຮັດໜັງສືຜ່ານແດນລ່າຊ້າ

Published on

ທ່ານໃດທີ່ຈະກຳລັງຈະເຮັດໜັງສືຜ່ານແດນ ຕ້ອງໄດ້ອົດທົນ ເພາະຕອນນີ້ ຄິວຍື່ນນັດສຳພາດເຮັດໜັງສືຜ່ານແດນເຕັມຈົນຮອດຕົ້ນເດືອນ 10.

ອີງຕາມການຈອງຄິວຜ່ານເວບໄຊ້ຂອງກົມກົງສູນ https://www.consularlao.gov.la/registerqueue ໃຫ້ຮູ້ວ່າ ຈອງມື້ນີ້ວັນທີ 29/6/2023 ຈະໄດ້ຄິວຕໍ່ໄປຫຼັງຈາກວັນທີ 2/10/2023 ເນື່ອງຈາກຄິວເຕັມຮອດຕົ້ນເດືອນ 10.

ເມື່ອເຂົ້າໄປເບິ່ງລາຍຊື່ຄົນທີ່ຈອງຄິວ ແລະ ລໍຖ້າຢືນເອກະສານ ແມ່ນເຫັນວ່າລາຍຊື່ຊໍ້າກັນຫຼາຍທັງ ຊື່ແທ້ ນາມສະກຸນ ເລີຍເຮັດໃຫ້ຄົນອື່ນຕ້ອງລໍຄິວຖັດໄປ.

ຕາມການແບ່ງປັນຂອງຜູ້ໃຊ້ເຟສບຸກ ເຊິ່ງເພິ່ນໄດ້ລອງມາວິເຄາະຂໍ້ມູນສູ່ຟັງ ໂດຍມີເນື້ອໃນວ່າ: ເຫັນຂ່າວວ່າຄິວເຮັດ Passport ຍາວຮອດເດືອນ 9 ທາງເຮົາກະເລີຍລອງມາວິເຄາະເບີ່ງຂໍ້ມູນວ່າຍ້ອນສາເຫດຫຍັງ ມັນຈຶ່ງເຕັມ ແລະ ຕັ້ງຄຳຖາມໃຫ້ສັງຄົມ ລອງຄິດນຳກັນເບິ່ງ.

ຈາກທີ່ເຮົາລອງເຂົ້າເບີ່ງເວັບໄຊທ ຈອງຄິວ https://www.consularlao.gov.la/ ແລ້ວ ລອງຊອກຫາຂໍ້ມູນຄົນທີ່ລົງທະບຽນແລ້ວ ໂດຍພິມ ຕົວເອກະສອນຫຍໍ້ A ເຂົ້າໄປແລ້ວຊອກຫາ ປະກົດວ່າ ສິ່ງທີ່ເຮົາເຫັນ ແມ່ນລາຍຊື່ທີ່ຊໍ້າກັນ, ເຊິ່ງຕາມປົກກະຕີມັນບໍ່ຄວນເກີດຂຶ້ນ ຜູ້ໜຶ່ງຄວນຈະລົງທະບຽໄດ້ເທື່ອດຽວ ຫຼື ຄັ້ງດຽວ ຖ້າຫາກຊື່ຊໍ້າກັນມັນກະຈະເຮັດໃຫ້ ຄິວຍາວຂຶ້ນ ແລະ ເປັນຊ່ອງວ່າງໃຫ້ຄົນທີ່ເປັນນາຍໜ້າສາມາດລົງທະບຽນຈອງເອົາຄິວໄວ້ກ່ອນ ເປັນໄປໄດ້ບໍ່?

ຂໍ້ທີ່ສອງ: ໃນແບບ form ລົງທະບຽນ ແມ່ນບໍ່ແນ່ໃຈວ່າໃນ ບ່ອນໃສ່ເບີໂທ ສາມາດໃສ່ເບີທີ່ຊໍ້າກັນໄດ້ບໍ່? ຖ້າມີຜູ້ທີ່ເຄີຍລົງທະບຽນແລ້ວ ໃສ່ເບີຊໍ້າກັນນັ້ນກະໝາຍຄວາມວ່າສາມາດລົງທະບຽນຊໍ້າກັນໄດ້ ແລະ ຈະເປັນຊ່ອງວ່າງໃຫ້ຄົນມາລົງທະບຽນລັດຄິວໄວ້ໄດ້ເຊັ່ນກັນ. ດີແທ້ຄວນເຮັດໃຫ້ fiໍeld (ຜິດພາດ) ເບີໂທ ເປັນແບບບໍ່ສາມາດຊໍ້າກັບຜູ້ທີ່ເຄີ່ຍລົງທະບຽນມາກ່ອນແລ້ວ ຫຼື ອາດຈະເພີ່ມອີກ field (ຜິດພາດ) ໜຶ່ງເປັນການພິມເລກບັດປະຈຳຕົວຜູ້ທີ່ລົງທະບຽນເພື່ອໃຫ້ມັນເປັນ ID ທີ່ບໍ່ຊໍ້າກັນ ມັນກໍຈະຕັດບັນຫາການລົງທະບຽນໃຫ້ກັນໄດ້.

ຖ້າແກ້ແບບນີ້ໄດ້ ບັນຫາການລົງທະບຽນ ແລະ ຄິວຍາວກໍຈະໝົດໄປ ເຮົາກໍຈະໄດ້ຕົວເລກຜູ້ທີ່ລົງທະບຽນໄປເຮັດ Passport ແທ້ໆ ທີ່ມີຄວາມຈຳເປັນ. ທ່ານຄິດວ່າແນວໃດ? ເຮົາມີລະບົບ IT ຊ່ວຍໃຫ້ມັນສະດວກສະບາຍແລ້ວ ກໍຄວນເຮັດໃຫ້ມັນເກີດປະໂຫຍດສູງສຸດເຊັ່ນກັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...