ລັດຖະບານໄດ້ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດໃຫ້ດີຂຶ້ນ

0
988

ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ລັດຖະບານ ຊຸດທີ 9 ໄດ້ສືບຕໍ່ສຸມໃສ່ບັນຊາ-ຊີ້ນຳການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, 5 ວຽກງານຈຸດສຸມ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ 6 ວຽກຈຸດສຸມ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ສະພາແຫ່ງຊາດໄດ້ຮັບຮອງ ເພື່ອສ້າງການຫັນປ່ຽນໃໝ່ໃຫ້ແຂງແຮງເລິກເຊິ່ງຮອບດ້ານ ແລະ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ໃຫ້ຕໍ່ເນື່ອງລຽນຕິດ ຕາມມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ຂອງພັກກຳນົດໄວ້. ແຕ່ການປະຕິບັດແຜນດັ່ງກ່າວ, ນຳເນີນໄປໃນເງື່ອນໄຂທີ່ສະພາບການສາກົນ, ພາກພື້ນ ແລະ ຢູ່ພາຍໃນປະເທດ ມີທັງຂໍ້ສະດວກ, ກາລະໂອກາດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023 ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ລັດຖະບານ ໄດ້ຊຸກຍູ້ໃຫ້ບັນດາຫົວໜ່ວຍການຜະລິດກະສິກຳ, ອຸດສາຫະກຳ ແລະ ການບໍລິການທີ່ເປັນທ່າແຮງ ເພື່ອປະກອບສ່ວນການຂະຫຍາຍຕົວຂອງເສດຖະກິດ ໃຫ້ດີຂຶ້ນ, ອີງໃສ່ການຄິດໄລ່ GDP ໃນ 6 ເດືອນຕົ້ນປີນີ້ ເສດຖະກິດແຫ່ງຊາດຈະຂະຫຍາຍຕົວຢູ່ໃນລະດັບບໍ່ຫລຸດ 4,8% (ໃນນີ້: ໄຕມາດ 1 ຂະຫຍາຍຕົວ 4,8% ແລະ ໄຕມາດ 2 ຄາດວ່າຈະຂະຫຍາຍຕົວ 4,9% ຄິດເປັນມູນຄ່າຕາມລາຄາໃນປີ ເທົ່າກັບ 118.467 ຕື້ກີບ ເທົ່າກັບ 51% ຂອງແຜນການປີ (ຕາມມະຕິສະພາແຫ່ງຊາດ: ໝົດປີໃຫ້ບັນລຸ 4,5% ເທົ່າກັບ 234.160 ຕື້ກີບ).

ລັດຖະບານ ໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ດ້ວຍການສຸມໃສ່ການຫັນການເກັບລາຍຮັບເປັນທັນສະໄໝ ແລະ ອອກນິຕິກໍລຸ່ມກົດໝາຍຈຳນວນໜຶ່ງ, ສຸມໃສ່ສ້າງຖານອາກອນມູນຄ່າເພີ່ມໄດ້ 10.887 ຫົວໜ່ວຍ ໃນຈຳນວນທັງໝົດ 14.657 ຫົວໜ່ວຍໃນຂອບເຂດທົ່ວປະເທດ, ກວມເອົາ 74% ແລະ ໄດ້ຊຸກຍູ້, ບັງຄັບໃຫ້ຫົວໜ່ວຍທຸລະກິດ ຖືບັນຊີໃນຂອບເຂດ ໄດ້ 14.283 ຫົວໜ່ວຍ; ໄດ້ສຸມໃສ່ຊຸກຍູ້ ແລະ ຕິດຕາມການເກັບລາຍຮັບຈາກຫົວໜ່ວຍລາຍຮັບໃຫ່ຍທີ່ມີແລ້ວຜ່ານມາ ໄດ້ເພີ່ມຂຶ້ນທຽບໃສ່ປີຜ່ານມາ, ພ້ອມທັງໄດ້ມອບຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງໃຫ້ 101 ຫົວໜ່ວຍ ໃຫ້ 9 ແຂວງ ເປັນຜູ້ເກັບ. ຜ່ານການຈັດຕັ້ງປະຕິບັດເຫັນວ່າ ມີ 5 ແຂວງ ທີ່ກວມເອົາ 69 ຫົວໜ່ວຍ ສາມາດເກັບໄດ້ເກີນດຸນ ແລະ ເກັບໄດ້ເພີ່ມຂຶ້ນເຖິງ 41% ທຽບໃສ່ປີຜ່ານມາ, ການເຮັດທົດລອງແຮ່ທາດ ສາມາດສ້າງລາຍຮັບທີ່ເປັນຄ່າຊື້ສິດສຳປະທານ, ຄ່າຊັບພະຍາກອນທຳມະຊາດລ່ວງໜ້າ ແລະ ລາຍຮັບຈາກການສົ່ງອອກແຮ່ທາດ ໄດ້ 105 ຕື້ກີບ ແລະ 48,71 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ຍັງໄດ້ທົດລອງປະຕິບັດໂຄງການຂຸດຄົ້ນ ບິດຄອຍ (Bitcoin) ແລະ ຊື້-ຂາຍເງິນຄຣິບໂຕ ຊຶ່ງສາມາດສ້າງລາຍຮັບເປັນເງິນກີບ 5,7 ຕື້ກີບ ແລະ 26,5 ລ້ານໂດລາສະຫະລັດ(ຄ່າລິຂະສິດ, ຄ່າອາກອນມອບເໝົາ), ມູນຄ່າການຊົມໃຊ້ໄຟຟ້າ ຈຳນວນ 195,5 ລ້ານໂດລາສະຫະລັດ ສາມາດແກ້ໄຂບັນຫາກະແສໄຟຟ້າເຫລືອໃນບາງບ່ອນ. ສະນັ້ນ, ຈຶ່ງເຮັດໃຫ້ການເກັບລາຍຮັບງົບປະມານ ມາຮອດໝົດເດືອນພຶດສະພາ 2023 ບັນລຸໄດ້ 15.155 ຕື້ກີບ ຫລື ປະມານ 39% ຂອງແຜນການປີ (ຕາມມະຕິສະພາ: ແຜນລາຍຮັບໝົດປີ 38.448 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 41% ຫລື ເປັນເງິນ 4.495 ຕື້ກີບ). ໃນນັ້ນ ພົ້ນເດັ່ນແມ່ນລາຍຮັບພາຍໃນສາມາດບັນລຸໄດ້ 11.848 ຕື້ກີບ, ເທົ່າກັບ 43% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຄາດຄະເນລາຍຮັບ 6 ເດືອນ ຈະປະຕິບັດໄດ້ປະມານ 18.424 ຕື້ກີບ ເທົ່າກັບ 48%, ໃນນີ້, ມີ 9 ແຂວງສາມາດເກັບລາຍຮັບໄດ້ເກີນ 50% ແລ້ວ.

ພ້ອມດຽວກັນນີ້, ລັດຖະບານ ຍັງໄດ້ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດ ຕາມດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ກໍຄື ດໍາລັດວ່າດ້ວຍລົດຂອງລັດ ຢ່າງເປັນເຈົ້າການ. ພ້ອມນັ້ນ, ຍັງສາມາດປະຕິບັດລາຍຈ່າຍງົບປະມານໄປຕາມແຜນການ ແລະ ຮັບປະກັນການເບີກຈ່າຍທີ່ຈຳເປັນໄດ້ຕາມປົກກະຕິ ເປັນຕົ້ນ, ເງິນເດືອນ, ເງິນນະໂຍບາຍ, ການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ. ສຳລັບ ລາຍຈ່າຍງົບປະມານ ມາຮອດໝົດເດືອນພຶດສະພາ ສາມາດບັນລຸໄດ້ 10.905 ຕື້ກີບ ເທົ່າກັບ 25% ຂອງແຜນການປີ, ລາຍຈ່າຍຕົ້ນຕໍແມ່ນສຸມໃສ່ການເບີກຈ່າຍເງິນເດືອນ ແລະ ເງິນອຸດໝູນ ຊຶ່ງເກືອບ 100% ແມ່ນສາມາດເບີກຈ່າຍໄດ້ບໍ່ກາຍວັນທີ 25 ຂອງທຸກໆເດືອນ. ພ້ອມກັນນັ້ນ, ກໍໄດ້ມີກົນໄກໃຫ້ບັນດາແຂວງປະຕິບັດເງິນເກີນແຜນປີ 2022 ໂດຍໃຫ້ແຂວງສາມາດນຳໃຊ້ 80% ເພື່ອແກ້ໄຂໜີ້ສິນ ແລະ ກະຕຸ້ນເສດຖະກິດໃນລະດູຝົນ.

ລັດຖະບານ ຍັງໄດ້ເອົາໃຈໃສ່ນຳພາຊີ້ນຳ-ບັນຊາການປະຕິບັດ 5 ແຜນວຽກຈຸດສຸມ ໃນປີ 2023 ເປັນຕົ້ນ, ການແກ້ໄຂໜີ້ສິນ, ການແກ້ໄຂບັນຫາຢາເສບຕິດ, ການພັດທະນາການບໍລິການ ແລະ ໂຄງລ່າງພື້ນຖານ ເພື່ອຮອງຮັບການທ່ອງທ່ຽວ, ການປັບປຸງ ແລະ ແກ້ໄຂກົນໄກ, ຂັ້ນຂອດ ເພື່ອສ້າງສະພາບເວດລ້ອມ ທີ່ອຳນວຍຄວາມສະດວກໃຫ້ແກ່ການກຳເນີນທຸລະກິດ, ການລົງທຶນ, ການແກ້ໄຂຜົນການກວດສອບ ແລະ ກວດກາ ໄດ້ເອົາໃຈໃສ່ຊີ້ນຳການແກ້ໄຂຜົນການກວດສອບແຫ່ງລັດ ໂດຍສະເພາະຜົນການກວດສອບທີ່ຕິດພັນກັບການລົງທຶນຂອງລັດ, ການຮັກສາສະຖຽນລະພາບດ້ານເງິນຕາ, ການປະຕິຮູບລັດວິສາຫະກິດ, ພ້ອມທັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ຕໍ່ວຽກງານວັດທະນະທຳ-ສັງຄົມ, ສຶກສາ, ສາທາ ແລະ ແຮງງານສະຫວັດດີການສັງຄົມ ແລະ ການແກ້ໄຂຜົນກະທົບຈາກສິ່ງແວດລ້ອມ.

ແຫຼ່ງຂ່າວ ປະເທດລາວ