spot_img
Homeຂ່າວພາຍ​ໃນໃນໄລຍະ 5 ເດືອນຕົ້ນປີ 2023 ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 139 ຄັ້ງ

ໃນໄລຍະ 5 ເດືອນຕົ້ນປີ 2023 ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 139 ຄັ້ງ

Published on

ໃນໄລຍະ 5 ເດືອນຕົ້ນປີ 2023 ຕັ້ງແຕ່ເດືອນມັງກອນ ຫາ ເດືອນພຶດສະພາ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 139 ຄັ້ງ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ, ເຮືອນຖືກໄຟໄໝ້ 114 ຫຼັງ, ຖືກໄຟລວກ 20 ຫຼັງ, ຕະຫຼາດຖືກໄຟໄໝ້ 3 ແຫ່ງ, ຣີສອດ 3 ຫຼັງ, ຫ້ອງແຖວ 2 ຫຼັງ ແລະ ຫ້ອງການບ້ານ 1 ຫຼັງ ນອກຈາກນີ້ ມີລົດໃຫຍ່ຖືກໄຟໄໝ້ 11 ຄັນ ແລະ ປ່າໄມ້ຖືກທໍາລາຍຈໍານວນຫຼາຍແຫ່ງ.

​ໃນວັນທີ 29 ພຶດສະພາ 2023 ພັນເອກ ວິລະພອນ ວົງຄຳມຸນຕີ, ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫ່ຍຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ: ອັກຄີໄພທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນຫຼາຍສົມຄວນ ແລະ ຍັງບໍ່ທັນສາມາດປະເມີນຜົນເສຍຫາຍທີ່ລະອຽດຊັດເຈນໄດ້ເທື່ອ, ສ່ວນສາເຫດຂອງການເກີດອັກຄີໄພ ລວມມີ: ໄຟຟ້າລັດວົງຈອນ 50 ຄັ້ງ, ປະໝາດ-ຂາດສະຕິ 33 ຄັ້ງ, ຄົນຈູດ 10 ຄັ້ງ ແລະ ອື່ນໆ. ສໍາລັບໄລຍະທີ່ເກີດອັກຄີໄພຫຼາຍກວ່າໝູ່ແມ່ນໃນລະຫວ່າງ ເດືອນມີນາ ຫາ ເດືອນເມສາ ເນື່ອງຈາກສະພາບອາກາດຮ້ອນອົບເອົ້າຫຼາຍ ແລະ ບໍ່ມີຝົນຕົກ ເຮັດໃຫ້ເກີດອັກຄີໄພໄດ້ງ່າຍ ໃນນີ້ ລວມເຖິງໄຟໄໝ້ລາມປ່າ ເຊິ່ງເກີດຂຶ້ນຢູ່ຫຼາຍແຂວງ ສະເພາະຢູ່ນະຄອນຫຼວງວຽງຈັນ ເກີດໄຟໄໝ້ລາມປ່າເສຍຫາຍໜັກໜ່ວງແມ່ນຢູ່ເຂດພູພະນັງ ເມືອງສັງທອງ.

​ທ່ານໃຫ້ຮູ້ຕື່ມວ່າ: ຂໍ້ຫຍຸ້ງຍາກສໍາຄັນໜຶ່ງທີ່ພົບເຫັນໃນເວລາເກີດອັກຄີໄພ ແມ່ນການໄປເອົານໍ້າມາມອດໄຟໃນເວລາທີ່ລົດສີດນໍ້າໝົດແລ້ວ, ເນື່ອງຈາກກັອກນໍ້າມີຈໍາກັດ ເຖີງວ່າເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ແນະນໍາແລ້ວວ່າໃນເວລາຈະກໍ່ສ້າງຕຶກອາຄານ ຫຼື ສໍານັກງານຕ່າງໆ ຕ້ອງມີກັອກນໍ້າໄວ້ຢູ່ໃກ້ຄຽງ ເພື່ອສະດວກເວລາເກີດອັກຄີໄພແຕ່ບໍ່ໄດ້ຮັບການຮ່ວມມືເທົ່າທີ່ຄວນ.

ແຫຼ່ງຂ່າວ FM90

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...