spot_img
Homeຂ່າວພາຍ​ໃນປະກາດແຕ່ງຕັ້ງສະຫະພັນກິລາເຕັ້ນແຫ່ງຊາດຢ່າງເປັນທາງການ

ປະກາດແຕ່ງຕັ້ງສະຫະພັນກິລາເຕັ້ນແຫ່ງຊາດຢ່າງເປັນທາງການ

Published on

ປະກາດຮັບຮອງການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາເຕັ້ນແຫ່ງຊາດ ຫຼື “Lao Dance Sport Federation” ຢ່າງເປັນທາງການ ໂດຍແມ່ນ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງ.

ວັນທີ 20 ພຶດສະພາ 2023 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໃນຈັດພິທີປະກາດຮັບຮອງການຈັດຕັ້ງສະຫະພັນກິລາເຕັ້ນແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະຫະພັນກິລາເຕັ້ນແຫ່ງຊາດ ພ້ອມດ້ວຍບັນດາຄະນະນຳກະຊວງ, ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະບໍລິຫານງານສະຫະພັນກິລາເຕັ້ນແຫ່ງຊາດ, ຄູຝຶກ, ນັກກິລາ ຕະຫຼອດຮອດຜູ້ໃຫ້ການສະໜັບສະໜູນ ແລະ ມວນຊົນ ຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງໃຫ້ຮູ້ວ່າ: ຕາງໜ້າກະຊວງ ສສກ ຂໍຜ່ານຂໍ້ຕົກລົງ ສະບັບເລກທີ 1516/ສສກ ລົງວັນທີ 22 ເມສາ 2022 ວ່າດ້ວຍການຮັບຮອງສ້າງຕັ້ງຄະນະບໍລິຫານງານສະຫະພັນກິລາເຕັ້ນແຫ່ງຊາດ ອີງຕາມກົດໝາຍວ່າດ້ວຍກິລາ-ກາຍະກຳ ສະບັບປັບປຸງ ສະບັບເລກທີ 74/ສພຊ, ລົງວັນທີ 25 ພະຈິກ 2019, ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບເລກທີ 633/ນຍ ລົງວັນທີ 19 ພະຈິກ 2021 ແລະ ອີງຕາມການຄົ້ນຄວ້າຂອງກົມກິລາລະດັບສູງ ສສກ ລັດຖະມົນຕີ ກະຊວງ ສສກ ຕົກລົງແຕ່ງຕັ້ງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານສະຫະພັນກິລາເຕັ້ນແຫ່ງຊາດ, ທ່ານ ຄຳພັນ ພົນທອງສີ ວ່າການຫົວໜ້າກົມສິລະປະການສະແດງ ເປັນຮອງປະທານ ແລະ ທ່ານ ວັນທະນາ ກຸນນະວັນ ທີ່ປຶກສາອົງການກອງທຶນເດັກ, ຫົວໜ້າພະແນກສື່ສານ ພີເອັດໄອ ເປັນຮອງປະທານ ແລະ ນາຍຄັງ ສ່ວນທ່ານ ອຸ່ນຫຼ້າ ພາອຸດົມ ຜູ້ອຳນວຍການບໍລິສັດ ຟັງລາວ ເປັນເລຂາທິການ. ນອກນັ້ນ ກໍຍັງມີ ຮອງເລຂາທິການ 1 ທ່ານ ແລະ ຄະນະກຳມະການອີກ 5 ທ່ານ.

ໃນໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ກິລາເຕັ້ນ ເປັນກິລາປະເພດໜຶ່ງທີ່ມີການເຄື່ອນໄຫວໃນທົ່ວໂລກ ແຕ່ລະທະວີບກໍມີຈຸດພິເສດໃນການເຕັ້ນແຕກຕ່າງກັນ, ຊຶ່ງການເຕັນໄດ້ເປັນເຄື່ອງມືໃນການສ້າງສຸຂະພາບໃຫ້ແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ, ໄດ້ຖືກຮັບຮອງ ແລະ ຮັບຮູ້ ເປັນກິລາປະເພດໜຶ່ງ ຈາກຄະນະກຳມະການໂອແລມປິກສາກົນ (International Olympic Committee : IOC) ພ້ອມຖືກບັນຈຸຢູ່ໃນການແຂ່ງຂັນກິລາໂອແລມປິກເກມ ແລະ ເອຊຽນເກມ ຍ້ອນເຫັນໄດ້ຄວາມສຳຄັນຄືແນວນັ້ນ, ຄະນະກຳມະການໂອແລມປິກແຫ່ງຊາດລາວ ຈຶ່ງໄດ້ຊຸກຍູ້ໃຫ້ມີການຈັດຕັ້ງ ແລະ ສ້າງຕັ້ງສະຫະພັນເຕັ້ນແຫ່ງຊາດນີ້ຂຶ້ນ.

ອີງຕາມການລາຍງານການເຄື່ອນໄຫວ ກ່ອນທີ່ຈະມີສະຫະພັນເຕັ້ນແຫ່ງຊາດ ແມ່ນພວກເຮົາໄດ້ເປັນສະມາຊິກຂອງສະຫະພັນເຕັ້ນໂລກ (World Dance Sport Federation) ຊຶ່ງເຫັນວ່າພວກເຮົາກໍໄດ້ມີໜໍ່ແໜງ ແລະ ມູນເຊື້ອແລ້ວໃນໄລຍະຜ່ານມາ, ເຫັນໄດ້ວ່າກິລາປະເພດນີ້ ມີການເຄື່ອນໄຫວ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໃນຫລາຍຂົງເຂດທັງຕົວເມືອງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນໃນແຕ່ລະປີ ໄດ້ຈັດການແຂ່ງຂັນປະກວດເຕັ້ນແຂ່ງຂັນ ເຮັດໃຫ້ຊາວໜຸ່ມເຍົາວະຊົນ ໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງຜົນປະໂຫຍດທາງດ້ານສຸຂະພາບກາຍ, ສຸຂະພາບຈິດ, ການເຮັດວຽກເປັນໝູ່ຄະນະ ແລະ ມີສັງຄົມກວ້າງຂວາງຂຶ້ນ.

ແຫຼ່ງຂ່າວ ໜັງສືພິມສຶກສາ-ກິລາລາຍວັນ 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...