spot_img
Homeຂ່າວຕ່າງປະເທດຢູເຄຣນຍິງລູກສອນໄຟຣັດເຊຍຕົກ 6 ລູກພາຍໃນຄືນດຽວ

ຢູເຄຣນຍິງລູກສອນໄຟຣັດເຊຍຕົກ 6 ລູກພາຍໃນຄືນດຽວ

Published on

ສຳນັກຂ່າວ ABC Australia ໄດ້ລາຍງານວ່າ: ໃນວັນທີ 16 ພຶດສະພາ ທີ່ຜ່ານມາ ຢູເຄຣນເປີດເຜີຍວ່າ ກອງທັບຢູເຄຣນຍິງ ລູກສອນໄຟຄວາມໄວກວ່າສຽງຂອງຣັດເຊຍ ຕົກ 6 ລູກພາຍໃນຄືນດຽວ ຖືວ່າເປັນການທຳລາຍອາວຸດທີ່ຣັດເຊຍເຄີຍເວົ້າວ່າບໍ່ມີໃຜສາມາດຢຸດໄດ້.

ນັບເປັນຄັ້ງທຳອິດ ທີ່ຢູເຄຣນກ່າວວ່າ ສາມາດທຳລາຍລູກສອນໄຟຄວາມໄວກວ່າສຽງໄດ້ຈຳນວນຫຼາຍ ເຊິ່ງຖ້າວ່າໄດ້ຮັບການຢືນຢັນກໍຈະຖືວ່າ ຢູເຄຣນມີລະບົບປ້ອງກັນການໂຈມຕີທາງອາກາດທີ່ດີ ເຊິ່ງຢູເຄຣນໄດ້ມາຈາກປະເທດຕາເວັນຕົກ.

ລູກສອນໄຟນີ້ ຊື່ລູກສອນໄຟຄິນຊານ (Kinzhal) ເດີນທາງດ້ວຍຄວາມໄວກວ່າສຽງປະມານ 10 ເທົ່າ ເປັນສ່ວນໜຶ່ງຂອງລູກສອນໄຟ 18 ລູກທີ່ຣັດເຊຍຍິງໃສ່ຢູເຄຣນໃນໄລຍະທີ່ຜ່ານມານີ້.

ທາງດ້ານກະຊວງປ້ອງກັນປະເທດຂອງຣັດເຊຍ ເປີດເຜີຍວ່າ ລູກສອນໄຟຄິນຊານ ສາມາດທຳລາຍລະບົບປ້ອງກັນລູກສອນໄຟ ໜຶ່ງຊຸດທີ່ອາເມຣິກາໄດ້ຈັດສົ່ງໃຫ້ຢູເຄຣນ ແຕ່ທາງຜູ້ບັນຊາການທະຫານຢູເຄຣນ ວາເລຣີ ຊາລຸສ໌ນີ ຢືນຢັນວ່າ ຢູເຄຣນສາມາດສະກັດກັ້ນລູກສອນໄຟຂອງຣັດເຊຍໄວ້ໄດ້ທັງໝົດ ເຊິ່ງປະກອບດ້ວຍ ລູກສອນໄຟຄວາມໄວກວ່າສຽງ 6 ລູກທີ່ຖືກຍິງຈາກເຮືອບິນ, ລູກສອນໄຟຣອນຄາລິບ 9 ລູກ ທີ່ຖືກຍິງຈາກເຮືອດຳນ້ຳ ແລະ ລູກສອນໄຟພາກພື້ນດິນ 3 ລູກ.

ເຈົ້າໜ້າທີ່ຈາກກຸງຄີຟກ່າວວ່າ ມີປະຊາຊົນ 3 ຄົນ ໄດ້ຮັບບາດເຈັບຈາກເສດສ່ວນລູກສອນໄຟທີ່ຕົກລົງມາຈາກຟ້າ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...