spot_img
Homeຂ່າວພາຍ​ໃນກົນໄກການຄຸ້ມຄອງເງິນເຟີ້ຢູ່ ສປປລາວ

ກົນໄກການຄຸ້ມຄອງເງິນເຟີ້ຢູ່ ສປປລາວ

Published on

ທະນາຄານແຫ່ງ ສປປລາວ (ທຫລ) ໄດ້ມີກົນໄກຄຸ້ມຄອງອັດຕາເງິນເຟີ້ດ້ວຍຫຼາຍວິທີການເຊັ່ນ: ການເພີ່ມອັດຕາດອກເບ້ຍເງິນຝາກ, ການອອກພັນທະບັດ ແລະ ອື່ນໆ ເພື່ອຄວບຄຸມອັດຕາເງິນເຟີ້ໃນລະບົບເສດຖະກິດໃຫ້ດີຂຶ້ນ ເພື່ອເຮັດໃຫ້ສະພາບເສດຖະກິດມີຄວາມຄ່ອງຕົວຫຼາຍຂຶ້ນ.

ທ່ານ ສຸລິສັກ ທຳມຸວົງ ຫົວໜ້າກົມນະໂຍບາຍເງິນຕາທະນາຄານແຫ່ງ ສປປລາວ ໄດ້ເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຕໍ່ກັບບັນຫາເງິນເຟີ້ ທຸກທະນາຄານກາງທົ່ວໂລກໄດ້ຖືເອົາບັນຫາດັ່ງກ່າວເປັນຫົວໃຈສຳຄັນໃນການດຳເນີນນະໂຍບາຍທາງດ້ານເງິນຕາ ເພື່ອເຮັດໃຫ້ເງິນເຟີ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ຄືໃນໄລຍະປີ ຜ່ານມາແມ່ນ 5%, ປີນີ້ຈະສູ້ຊົນໃຫ້ໄດ້ 9% ເນື່ອງຈາກສະພາບການຂອງໂລກມີການຜັນແປເຮັດໃຫ້ລາຄານໍ້າມັນ, ລາຄາສະບຽງອາຫານສູງຂຶ້ນຫຼາຍ ຊຶ່ງໄດ້ສົ່ງຜົນກະທົບໃຫ້ທຸກປະເທດໃນໂລກ ລວມທັງ ສປປລາວ, ປີຜ່ານມາອັດຕາເງິນເຟີ້ຢູ່ລາວສະເລ່ຍໝົດປີ 22,9%, ສຳລັບປີນີ້ໃນ 4 ເດືອນຕົ້ນປີຢູ່ ສປປລາວປະມານ 40% ເຮົາຈະດຳເນີນນະໂຍບາຍແນວໃດ ເພື່ອເອົາເງິນເຟີ້ລົງມາໃຫ້ຢູ່ໃນລະດັບ 1 ໂຕເລກ ຊຶ່ງບັນຫານີ້ຖືເປັນສິ່ງທີ່ທ້າທາຍທີ່ສຸດ, ຕໍ່ບັນຫາດັ່ງກ່າວທະນາຄານກາງ ໄດ້ດຳເນີນຫຼາຍມາດຕະການ ອັນທີໜຶ່ງ ທຫລ ໄດ້ເພີ່ມອັດຕາດອກເບ້ຍຂຶ້ນຈາກ 3% ເປັນ 3,1% ເປັນ 6,5% ແລະ ລ້າສຸດແມ່ນ 7,5% ຕໍ່ປີ ນີ້ແມ່ນການສົ່ງສັນຍານໃຫ້ທະນາຄານທຸລະກິດທົ່ວລະບົບເພີ່ມຂຶ້ນອັດຕາດອກເບ້ຍ, ອັນທີສອງໄດ້ເພີ່ມອັດຕາເງິນແຮຝາກບັງຄັບ ໃນນີ້ເງິນກີບຈາກ 5% ເປັນ 5,5%, ເງິນຕາຕ່າງປະເທດຈາກ 5% ເປັນ 8%, ອັນທີສາມໄດ້ອອກພັນທະບັດຂອງທະນາຄານແຫ່ງ ສປປລາວ 2 ງວດ ນັບແຕ່ປີຜ່ານມາ ຊຶ່ງໄດ້ອອກໄປແລ້ວປະມານ 8 ພັນກວ່າຕື້ກີບ ແລະ ຍັງມີອີກໄລຍະໜຶ່ງທີ່ໄດ້ຮັບຮອງຈາກລັດຖະບານ 2 ພັນຕື້ກີບ ປັດຈຸບັນກຳລັງຕິດຕາມເບິ່ງສະພາບອັດຕາເງິນເຟີ້ ຫຼືອັດຕາແລກປ່ຽນມີການເໜັງຕີງໜ້ອຍຫຼາຍປານໃດເຮົາອາດພິຈາລະນາອອກອີກ.

ທ່ານ ສຸລິສັກ ທຳມຸວົງ ກ່າວໃຫ້ຮູ້ອີກວ່າ: ເມື່ອເກີດມີບັນຫາອັດຕາເງິນເຟີ້ເພີ່ມຂຶ້ນສູງ ທະນາຄານໄດ້ອອກເຄື່ອງມືເພື່ອເປັນນະໂຍບາຍເງິນຕາ, ການອອກພັນທະບັດຂອງທະນາຄານ ສປປ ລາວ ແມ່ນໄລຍະສັ້ນ 3 ເດືອນ ຫຼື 6 ເດືອນເທົ່ານັ້ນ ເພື່ອແກ້ໄຂສະພາບເງິນເຟີ້, ການອອກພັນທະບັດແມ່ນການດູດເງິນອອກຈາກລະບົບ ໝາຍວ່າ ທຫລ ມີໜ້າທີ່ໃນການອັດສີດເງິນກີບເຂົ້າເພື່ອກະຕຸ້ນເສດຖະກິດ ຊຶ່ງໃນຍາມທີ່ມີເງິນເຟີ້ສູງເຂົາຈະໃຊ້ເຄື່ອງມືຂາຍພັນທະບັດອອກມາ ເພື່ອດູດເງິນຢູ່ໃນລະບົບເສດຖະກິດອອກມາ ເຮັດໃຫ້ຄວາມຕ້ອງ ການເງິນກີບເພີ່ມສູງຂຶ້ນ. ສະນັ້ນຜົນຕອບຮັບປະຊາຊົນເລີ່ມເຂົ້າໃຈໃນການອອກພັນທະບັດ ເລີ່ມຈາກຄວາມສົງໃສກາຍເປັນຄວາມເຊື່ອໝັ້ນ, ຊຶ່ງການອອກພັນທະບັດງວດທຳອິດມີອັດຕາດອກເບ້ຍ 20% ຕໍ່ປີ, ສຳລັບງວດທີ 2 ອັດຕາດອກເບ້ຍ 15% ຕໍ່ປີ ຊຶ່ງໃນງວດນີ້ແມ່ນກຳລັງພິຈາລະນາເບິ່ງສະພາບຕົວຈິງໃນການອອກພັນທະບັດ ຊຶ່ງການອອກພັນທະບັດຂອງ ທຫລ ເພື່ອຄວບຄຸມອັດຕາເງິນເຟີ້ໃນລະບົບເສດຖະກິດໃຫ້ດີຂຶ້ນ.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...