spot_img
Homeຂ່າວພາຍ​ໃນເຮືອບິນໂຟຄອນ 8 ເອັກ ເຊື່ອມຕໍ່ເຮືອບິນສ່ວນຕົວ ແລະ ນັກທຸລະກິດ

ເຮືອບິນໂຟຄອນ 8 ເອັກ ເຊື່ອມຕໍ່ເຮືອບິນສ່ວນຕົວ ແລະ ນັກທຸລະກິດ

Published on

ໃນວັນທີ 24 ເມສາ ຜ່ານມານີ້ ທີ່ສະໜາມບິນສາກົນວັດໄຕ ໄດ້ສະແດງຄວາມພາກພູມໃຈໃນການເປີດເຮືອບິນ ໂຟຄອນ 8 ເອັກ (Falcon 8X) ຂຶ້ນໃນວັນທີ 24 ເມສາ ຜ່ານມານີ້ ທີ່ສະໜາມບິນສາກົນວັດໄຕ ໂດຍຜ່ານການຮ່ວມມື ທີ່ປະສົບຜົນສໍາເລັດ ກັບບໍລິສັດ ຈະເລີນຊັບເວັນເຈີ້ ຈຳກັດ (Chaleun Sub Ventures Ltd) ເພື່ອສະແດງຄວາມສາມາດຂອງຕົນໃນປະເທດລາວ ຊຶ່ງມີທ່ານ ດິດິແອ ເຣນາດ (Didier Raynard) ຫົວໜ້າຝ່າຍຂາຍ ຂອງບໍລິສັດ Dassault Falcon Asia Pacific ແລະ ທ່ານ ນາງ ພົງສະຫວ່າງ ກາດອຸດົມ ຫຸ້ນສ່ວນຂອງ ບໍລິສັດ ຈະເລີນຊັບ ເວັນເຈີ້.

ໃນການທີ່ມີເຮືອບິນສ່ວນຕົວສໍາລັບນັກທຸລະກິດແລ້ວແມ່ນມີຄວາມສະດວກໃນການເດີນທາງຂອງລູກຄ້າ ແລະ ເຮັດໃຫ້ວຽກຂອງເຂົາເຈົ້າປະສົບຜົນສໍາເລັດໄວຂຶ້ນ ນີ້ເປັນການເບິ່ງເຫັນການເຊື່ອມຕໍ່ເຮືອບິນສ່ວນຕົວ ແລະ ນັກທຸລະກິດ. ການນໍາສະເໜີເຮືອບິນ Falcon 8X ຄັ້ງທໍາອິດໃນ ສປປ ລາວ, ເພື່ອໃຫ້ລູກຄ້າທີ່ສົນໃຈຢາກໄດ້ເຮືອບິນສ່ວນຕົວ,ໂດຍ ເຮືອບິນນີ້ມີຄວາມສາມາດບິນໄດ້ໃນໄລຍະໄກພິເສດ (ໄລຍະ 6.450 nm ຈາກ ນະຄອນຫຼວງວຽງຈັນ ບິນຕົງຫາ ລອນດອນ ໂດຍຈະໃຊ້ເວລາໃນໄລຍະຂອງການບິນ 14 ຊົ່ວໂມງ ແບບບໍ່ຢຸດຈອດ ຫຼື ອາດຈະຕ້ອງໄດ້ຢຸດຈອດຢູ່ຈຸດໃດໜຶ່ງຫາກຕ້ອງໄດ້ເດີນທາງໄລຍະໄກກວ່າ 15 ຊົ່ວໂມງ ແລະ ສາມາດບັນທຸກຜູ້ໂດຍສານໄດ້ເຖິງ 19 ຄົນ.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...