spot_img
Homeຂ່າວຕ່າງປະເທດຣັດເຊຍໄດ້ຮັບໜ້າທີ່ເປັນປະທານສະພາຄວາມໝັ້ນຄົງຂອງຢູເອັນ

ຣັດເຊຍໄດ້ຮັບໜ້າທີ່ເປັນປະທານສະພາຄວາມໝັ້ນຄົງຂອງຢູເອັນ

Published on

ຣັດເຊຍດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື UN ເຖິງວ່າຢູເຄຣນຈະຮຽກຮ້ອງໃຫ້ສະມາຊິກຂັດຄ້ານການເຄື່ອນໄຫວດັ່ງກ່າວ.

ທັ້ງນີ້ ສະມາຊິກ 15 ປະເທດຂອງຢູເອັນເອສຊີ ຈະຕ້ອງຜັນປ່ຽນໝູນວຽນກັນດຳລົງຕຳແໜ່ງເປັນເວລາ 1 ເດືອນ ໂດຍເທື່ອສຸດທ້າຍທີ່ຣັດເຊຍດຳລົງຕຳແໜ່ງປະທານແມ່ນເດືອນກຸມພາ 2022 ເຊິ່ງເປັນໄລຍະທີ່ຣັດເຊຍໄດ້ເລີ່ມສົ່ງຄາມທີ່ຢູເຄຣນ ການເຄື່ອນໄຫວເທື່ອນີ້ຈຶ່ງໝາຍຄວາມວ່າ ຄະນະມົນຕີຄວາມໝັ້ນຄົງກຳລັງຖືກນຳພາໂດຍປະເທດທີ່ມີປະທານາທິບໍດີອາດຈະຖືກຈັບໃນຂໍ້ຫາອາຊະຍາກຳສົງຄາມ ພາຍຫຼັງທີ່ສານອາຍາລະຫວ່າງປະເທດເຊິ່ງບໍ່ແມ່ນໜ່ວຍງານຂອງສະຫະປະຊາຊາດ ອອກໝາຍຈັບ ວະລາດິເມຍ ປູຕິນ ໃນເດືອນທີ່ຜ່ານມານີ້.

ເຖິງຈະມີການຮ້ອງຮຽນຈາກຢູເຄຣນ ແຕ່ອາເມຣິກາກໍບອກວ່າ ບໍ່ສາມາດກີດຂວາງຣັດເຊຍ ທີ່ເປັນສະມາຊິກຖາວອນບໍ່ໃຫ້ດຳລົງຕຳແໜ່ງປະທານຢູເອັນເອສຊີໄດ້.

ບົດບາດສ່ວນຫຼາຍຂອງປະທານ ຈະກ່ຽວຂ້ອງກັບການເບິ່ງແຍງດູແລການອະພິປາຍ ແຕ່ວ່າ ຊິລີ ເນເບນເຊຍ ​ເອກ​ອັກຄະ​ລັດຖະທູດຣັດເຊຍປະຈຳສະຫະປະຊາຊາດ ບອກກັບສຳນັກຂ່າວຣັດເຊຍວ່າ ລາວໄດ້ວາງແຜນທີ່ຈະເບິ່ງແຍງການອະພິປາຍ ລວມເຖິງການຄວບຄຸມອາວຸດ ແລະ ກຽມຫາລືກ່ຽວກັບ “ລະບຽບໂລກໃໝ່”.

ທັ້ງນີ້ ມິໂທຣ ຄູເລບາ ລັດຖະມົນຕີຕ່າງປະເທດຂອງຢູເຄຣນ ບໍ່ພໍໃຈກັບການເຄື່ອນໄຫວໃນຄັ້ງນີ້ ພ້ອມກັບບອກວ່າ “ເປັນການຕົບໜ້າປະຊາຄົມລະຫວ່າງປະເທດ”.

ທີ່ປຶກສາປະທານາທິບໍດີຢູເຄຣນ ກ່າວວ່າ ການເຄື່ອນໄຫວດັ່ງກ່າວເປັນການລະເມີດກົດໝາຍລະຫວ່າງປະເທດອີກຮູບແບບໜຶ່ງ ເພາະເປັນປະເທດທີ່ເຮັດສົງຄາມ ລະເມີດກົດໝາຍມະນຸດສະທຳ ແລະ ກົດໝາຍອາຍາ ໄດ້ທຳລາຍສິດທິບັດສະຫະປະຊາຊາດ ບໍ່ສົນຕໍ່ຄວາມປອດໄພທາງນິວເຄຣຍ ບໍ່ສາມາດເຮັດໜ້າທີ່ເປັນປະທານຂອງໜ່ວຍງານຫຼັກ ທີ່ຮັກສາຄວາມປອດໄພຂອງໂລກໄດ້.

ທີ່ມາ Reuters

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...