spot_img
Homeຂ່າວຕ່າງປະເທດອີລອນ ມາສ ປ່ຽນໂລໂກ້ Twitter ເປັນໝາຊິບະ

ອີລອນ ມາສ ປ່ຽນໂລໂກ້ Twitter ເປັນໝາຊິບະ

Published on

ອີລອນ ມາສ ປ່ຽນໂລໂກ້ Twitter ຈາກກນົກສີຟ້າ ທີ່ທຸກຄົນໄດ້ເຫັນ ແລະ ຊິນເຄີຍກັບໂລໂກ້ແບບນີ້ແລ້ວ ປ່ຽນມາເປັນ “ຊິບະອິນຸ” ເພື່ອຂັບເຄື່ອນຫຼຽນດິຈິຕອນ Dogecoin.

ໃນວັນຈັນ ທີ 3 ເມສາ 2023 ຕາມເວລາຂອງອາເມຣິກາ ຜູ້ໃຊ້ Twitter ໄດ້ສັງເຫດເຫັນການປ່ຽນແປງຂອງໂລໂກ້ Twitter ທີ່ປ່ຽນຈາກນົກສີຟ້າ ມາເປັນຮູບໝາຊິບະອິນຸ ທີ່ກ່ຽວຂ້ອງກັບຫຼຽນດິຈິຕອນ Dogecoin.

ການປ່ຽນໃນເທື່ອນີ້ ບໍ່ແມ່ນການກະທຳຂອງແຮັກເກີ ຫຼື ຄົນກໍ່ກວນແຕ່ຢ່າງໃດ ນີ້ເແມ່ນ ອີລອນ ມາສ ທີ່ເປັນເຈົ້າຂອງຄົນໃໝ່ ເຊິ່ງທາງລາວຍັງບໍ່ມີຄຳອະທິບາຍ ຫຼື ເຫດຜົນສຳລັບການປ່ຽນໂລໂກ້ໃນຄັ້ງນີ້.

Dogecoin ແມ່ນໜຶ່ງໃນກຸ່ມເງິນດິຈິຕອນ ຖືກສ້າງໃນວັນທີ 6 ທັນວາ 2013 ໂດຍມີວັດຖຸປະສົງເພື່ອເຮັດເປັນຫຼຽນມີມ ຫຼື ເປັນແຕ່ຫຼຽນຕະຫຼົກ ໂດຍກຳເນີດມາຈາກມີມ ໝາຊິບະ ທີ່ໄດ້ຮັບຄວາມນິຍົມໃນຫຼາຍປີກ່ອນ.

ທີ່ມາ theguardian

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...