spot_img
Homeຂ່າວພາຍ​ໃນໂຈນປຸ້ນຊັບທີ່ບ້ານຄຳຮຸ່ງ ໂຊກທີ່ມີຄົນຊ່ວຍໄດ້ທັນ

ໂຈນປຸ້ນຊັບທີ່ບ້ານຄຳຮຸ່ງ ໂຊກທີ່ມີຄົນຊ່ວຍໄດ້ທັນ

Published on

ໃນວັນທີ 30 ມີນາ 2023 ເວລາ 3 ໂມງເຊົ້າມືດ ມີເຫດໂຈນເອົາໄມ້ຕີປະຊາຊົນທີ່ຈອດລົດຢູ່ແຄມທາງ ຫວັງປຸ້ນຊັບ ທີ່ບ້ານຄຳຮຸ່ງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ  ເຮັດໃຫ້ມີຜູ້ໄດ້ຮັບບາກເຈັບ 1 ຄົນ, ໃນຂະນະທີ່ໂຈນປຸ້ນໄດ້ມີຄົນພົບເຫັນຈຶ່ງ​ ສາມາດຈັບໄດ້ 1 ຄົນ ອາຍຸ 30 ປີ ພັກເຊົາຢູ່ໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

May be an image of 1 person, tattoo and indoor

ປັດຈຸບັນ, ເຈົ້າໜ້າທີ່ກຳລັງສືບສວນ-ສອບສວນຫາກຸ່ມແກ້ງຮ່ວມຂະບວນການເພື່ອນຳຕົວມາດຳເນີນຄະດີ.

ເຫດປຸ້ນຈີ້ຊີງຊັບຍັງເກີດຂຶ້ນເປັນປະຈຳ, ສະນັ້ນ ຂໍໃຫ້ທຸກຄົນຄວນມີສະຕິລະວັງຕົວຢູ່ສະເໝີ ບໍ່ຈອດລົດຢູ່ບ່ອນມືດ ຫຼື ຢູ່ນຳກັບພຽງ1-2 ຄົນ ເພາະຈະຕົກເປັນເປົ້າໝາຍຂອງໂຈນໄດ້ ກໍເພື່ອປ້ອງກັນການສູນເສຍຊັບສິນຂອງທ່ານເອງ.

ທີ່ມາ ປກສ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...