spot_img
Homeຂ່າວຕ່າງປະເທດບໍ່ເລີກ! ແຟນເກົ່າບຸກແທງບາດເຈັບສາຫັດ

ບໍ່ເລີກ! ແຟນເກົ່າບຸກແທງບາດເຈັບສາຫັດ

Published on

ໃນວັນທີ 20 ມີນາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ສອບສວນ ລັດຕະນາທິເບດ ປະເທດໄທ ໄດ້ຮັບແຈ້ງເຫດວ່າ: ມີຄົນແທງກັນບາດເຈັບສາຫັດ ທີ່ບບ້ານເລກທີ່ 70 ບ້ານ ບາງເຂນ ແຂວງ ນົນທະບູລີ.

ຈາກການລົງກວດສອບຂອງເຈົ້າໜ້າທີ່, ພົບຊາຍຄົນ 1 ຊື່ວ່າທ້າວ ຊັດຄຸນ ອາຍຸ 38 ປີ ອາຊີບພະນັກງານທະນາຄານ ເຊິ່ງເປັນເຈົ້າຂອງບ້ານຖືກແທງໄດ້ຮັບບາດເຈັບບໍລິເວນທ້ອງ ແລະ ບໍລິເວນຄໍ ບ່ອນລະ 1 ຈຸດ ຖືກນຳໂຕສົ່ງໂຮງໝໍເພື່ອຮັບກັນຮັກສາແລ້ວ. ສ່ວນຜູ້ກໍ່ເຫດຄື ນາງ ກົນະກອນ ອາຍຸ 35 ປີ ເຊິ່ງເປັນແຟນເກົ່າຂອງຜູ້ບາດເຈັບ ກຳລັງນັ່ງໃຫ້ຢູ່ຂັນໄດຂັ້ນ 2 ຂອງບ້ານ ໂດຍໃຊ້ມີດຈີ້ຄໍຕົນເອງ.

ຈາກການສອບສວນຊາບວ່າ: ຜູ້ກໍ່ເຫດເຄີຍຄົບຫາກັບ ທ້າວ ຊັດຄຸນ ຜູ້ໄດ້ຮັບບາດເຈັບກ່ອນຈະເລີກກັນໄປປະມານ 2 ປີ, ກ່ອນເກີດເຫດ ໄດ້ມີປາກສຽງກັນກ່ຽວກັບເລື່ອງທີ່ ທ້າວ ຊັດຄຸນຂໍເລີກລາ ປະກອບກັບຄວາມຄຽດທີ່ຕົນເປັນໂລກສືມເສົ້າຢູ່ ຈຶ່ງເກີດເຫດດັ່ງກ່າວຂຶ້ນ.

ທີ່ມາ: amarintv

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...