spot_img
Homeຂ່າວພາຍ​ໃນປກສ ແຂວງຫົວພັນ ປະກາດຍົກຂັ້ນເງິນເດືອນ-ເລື່ອນຊັ້ນໃຫ້ນາຍຕຳຫຼວດ

ປກສ ແຂວງຫົວພັນ ປະກາດຍົກຂັ້ນເງິນເດືອນ-ເລື່ອນຊັ້ນໃຫ້ນາຍຕຳຫຼວດ

Published on

ໃນວັນທີ 9 ມີນາ 2023 ກອງບັນຊາການ ປກສ ແຂວງຫົວພັນ ໄດ້ປະກາດຍົກຂັ້ນເງິນເດືອນ ແລະ ເລື່ອນຊັ້ນ ໃຫ້ນາຍຕຳຫຼວດຜູ້ທີ່ມີຜົນງານ ໃນການເຮັດວຽກງານມີຜົນສຳເລັດ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ , ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ເພັດສອນ ອີນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ, ກອງພັນ, ພະແນກ ຕະຫຼອດຮອດນາຍ ແລະ ພົນ ຕໍາຫຼວດ ເຂົ້າຮ່ວມ.

ພັທ ຊາຍພອນ ຍົດທະວີໄຊ ຮອງຫົວໜ້າຫ້ອງການເມືອງ ຜ່ານຂໍ້ຕົກລົງ ວ່າດ້ວຍ ການຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ. ໃນນີ້, ຍົກຂັ້ນເງິນເດືອນໃຫ້ຜູ້ທີ່ມີຜົນງານ ແຕ່ບໍ່ມີເງື່ອນໄຂເລື່ອນຊັ້ນ ຕາມກຳນົດເປັນ ພັອ 5 ສະຫາຍ ຄື:

  1. ພັທ ຄຳເຫຼັກ ຈັນສຸລິ ຫົວໜ້າຫ້ອງການເມືອງ
  2. ພັທ ທອນມີ ແກ້ວຈີນດາ ຫົວໜ້າກອງບັນຊາການ ປກສ ເມືອງວຽງໄຊ
  3. ພັທ ວົງພັນ ແກ້ວເພັງຄຳ ຫົວໜ້າກອງບັນຊາການ ປກສ ເມືອງຊຳເໜືອ
  4. ພັທ ຄຳຫຼ້າ ສຸດທິດາ ຫົວໜ້າກອງບັນຊາການ ປກສ ເມືອງຊ່ອນ
  5. ພັທ ເພັດແສງ ແພງມີໄຊ ຫົວໜ້າຫ້ອງພະລາທິການ ປກສ

ນອກນັ້ນກໍຍັງໄດ້ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 83 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 47 ສະຫາຍ ແລະ ພັນຕີ ຂຶ້ນ ພັນໂທ 15 ສະຫາຍ.

ພັອ ເພັດສອນ ອີນສຸພັນ ກໍໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ສືບຕໍ່ປະຕິບັດລະບອບແບບແຜນວິທີເຮັດວຽກ ໃຫ້ມີຄວາມພົ້ນເດັ່ນ ແລະ ປະຕິບັດໜ້າທີ່ວຽກງານຕາມທີ່ໄດ້ຮັບການມອບໝາຍ, ມີຄວາມເປັນແບບຢ່າງນຳໜ້າໃນທຸກວຽກງານ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ, ມີຄວາມດຸໝັ່ນຂະຍັນພຽນ, ມີຄວາມກ້າຄິດ, ກ້າຮັບຜິດຊອບ, ເອົາໃຈໃສ່ຍົກສູງດ້ານການເມືອງ-ແນວຄິດໃຫ້ໜັກແໜ້ນ, ຕີຖອຍທຸກບັນຫາທີ່ເປັນປະກົດການຫຍໍ້ທໍ້ຕໍ່ຕົນເອງ ແລະ ການຈັດຕັ້ງ ເພື່ອສ້າງຕົນເອງໃຫ້ກາຍເປັນຜູ້ບັນຊາທີ່ມີຄວາມຮູ້-ຄວາມສາມາດ ເຮັດໃຫ້ວຽກງານມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດເປັນກ້າວໆ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...