spot_img
Homeຂ່າວພາຍ​ໃນລາວ-ອົດສະຕຣາລີ ສືບຕໍ່ຮ່ວມມືພັດທະນາຊັບພະຍາກອນມະນຸດ

ລາວ-ອົດສະຕຣາລີ ສືບຕໍ່ຮ່ວມມືພັດທະນາຊັບພະຍາກອນມະນຸດ

Published on

ຄະນະ​ກຳມະການ​ຄຸ້ມ​ຄອງ​ໂຄງການ ​ແລະ ການ​ຊີ້​ນຳ ​ໄລຍະ​ທີ 3 ຂອງ​ສະ​ຖາ​ບັນ​​ລາວ-ອົດ​ສະ​ຕຣາ​ລີ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ໃນ​ອາທິດ​ແລ້ວ​ນີ້.

​ທ່ານ ກິ່ງ​ມາ​ໂນ ພົມມະຫາ​ໄຊ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ທ່ານ ແດນ ເຮວເດິນ ຮອງ​ເອກ​ອັກຄະ​ລັດຖະທູດ​ອົດ​ສະຕຣາລີ ​ເປັນ​ຄະນະ​ບໍລິຫານ​ງານ​ທີ່​ສຳຄັນ​ຂອງສະຖາບັນລາວ-ອົດ​ສະ​ຕຣາ​ລີ ເຊິ່ງເປັນ​ໂຄງການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ​ອົສຕຣາລີ​ປະຈຳ​ລາວ ກອງ​ປະຊຸມ​ໄດ້​ສຸມ​ໃສ່​ການ​ລົງທຶນ​ຂອງ​ອົດ​ສະ​ຕຣາ​ລີ​ ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຢູ່​ລາວ ​ແລະ ບັນດາ​ຂົງ​ເຂດ.

ໃນໄລຍະ 4 ປີທີ່ຜ່ານມາ, ອົດສະຕຣາລີ ມອບເງິນ 22 ລ້ານ ໂດລາສະຫະລັດ ໂດຍຜ່ານສະຖາບັນລາວ-ອົດສະຕຣາລີ ເພື່ອສະໜັບສະໜູນ ລັດຖະບານລາວ ໃນການພັດທະນາ ຊັບພະຍາກອນມະນຸດ ໃນນີ້ປະກອບມີມອບທຶນການສຶກສາ, ຫຼັກສູດການຝຶກອົບຮົມໄລຍະສັ້ນ, ຄໍາແນະນໍາດ້ານວິຊາການ, ຄໍາແນະນໍາດ້ານການພັດທະນານະໂຍບາຍ, ແລະ ການສະໜັບສະໜູນສໍາລັບອົງການຈັດຕັ້ງຂອງລັດຖະບານ, ລວມທັງການສະໜອງໂອກາດ ສໍາລັບການມີສ່ວນພົວພັນທາງດ້ານຍຸດທະສາດ ແລະ ພາກພື້ນ.

ໃນຫຼັກສູດການຝຶກອົບຮົມໄລຍະສັ້ນ ຫົວຂໍ້ “ພາວະຄວາມເປັນຜູ້ນໍາໃນການບໍລິຫານວຽກງານລັດ” ໄດ້ເລີ່ມຂື້ນແລ້ວ ໂດຍມີຈຸດປະສົງ ເພື່ອສ້າງຂີດຄວາມສາມາດ ແລະ ພາວະຄວາມເປັນຜູ້ນໍາໃຫ້ແກ່ ພະນັກງານແຖວໜ້າ ທີ່ກຽມເປັນຜູ້ນຳໃນອະນາຄົດ ແລະ ເພື່ອຮັດແໜ້ນສາຍພົວພັນລະຫວ່າງ ອົດສະຕຣາລີ ແລະ ອີກ 5 ປະເທດ ໃນເຂດລຸ່ມແມ່ນໍ້າຂອງ.

ໂດຍມີຈຳນວນ 20 ທ່ານ ຈາກ ປະເທດຫວຽວດນາມ ແລະ ປະເທດລາວ ເຂົ້າສູ່ຫຼັກສູດຝຶກອົບຮົມນີ້. ຜູ້ເຂົ້າຮ່ວມ ຈະມີໂອກາດ ຮຽນຮູ້ ບົດຮຽນຕົວຈິງໃນການນຳໃຊ້ທັກສະຄວາມເປັນຜູ້ນຳ, ການບໍລິຫານວຽກງານຂອງພາກລັດ ຢູ່ປະເທດອົດສະຕຣາລີ. ນອກນັ້ນ, ຜູ້ເຂົ້າຮ່ວມທັງໝົດ ຈະໄດ້ໄປຝຶກອົບຮົມອີກ 11 ວັນ ຢູ່ປະເທດ ອົດສະຕຣາລີ ເຊິ່ງ ມະຫາວິທະຍາໄລເຕັກໂນໂລຊີ Queensland ຈະເປັນຜູ້ຈັດ ການຝຶກອົບຮົມ.

ສະຖາບັນ ລາວ-ອົດສະຕຣາລີ ແມ່ນການຮ່ວມມືລະຫວ່າງລັດຖະບານອົດສະຕຣາລີ ແລະ ລາວ ທີ່ສ້າງຂຶ້ນເພື່ອຊ່ວຍໃຫ້ລາວແກ້ໄຂດ້ານການພັດທະນາຊັບພະຍາກອນມະນຸດທີ່ສຳຄັນທີ່ສຸດໃນໄລຍະ 4 ປີຕໍ່ໜ້າ.

ແຫຼ່ງຂ່າວ The Laotian Times, ສະຖານທູດອົດສະຕຣາລີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...