spot_img
Homeຂ່າວຕ່າງປະເທດຮ້ານຊີ້ນຈຸ່ມໃນປະເທດໄທໃຊ້ບາດຂອງພະເຮັດເປັນໝໍ້ຊີ້ນຈຸ່ມ

ຮ້ານຊີ້ນຈຸ່ມໃນປະເທດໄທໃຊ້ບາດຂອງພະເຮັດເປັນໝໍ້ຊີ້ນຈຸ່ມ

Published on

ຮ້ານຊີ້ນຈຸ່ມແຫ່ງໜຶ່ງໃນປະເທດໄທໃຊ້ບາດຂອງພະ ເຮັດເປັນໝໍ້ຊີ້ນຈຸ່ມ ຈົນຫຼາຍຄົນຄຳນຶງເຖິງເລື່ອງເໝາະສົມ ແລະ ສຸຂະອະນາໄມ ສຳລັບພາສະນະທີ່ໃສ່ອາຫານ.

เจ้าของร้านเผยไอเดีย หลังเกิดดราม่า นำบาตรพระมาทำหม้อชาบู  ยันเสิร์ฟให้ลูกค้าจริงเป็นหม้อสแตนเลสไม่เคลือบสี | สวพ.FM91 | LINE TODAY

ໃນວັນທີ 8 ມີນາ 2023 ທາງດ້ານເຈົ້າຂອງຮ້ານໄດ້ອອກມາເວົ້າວ່າ: ມັນເໝາະສົມຫຼື ບໍ່ ທີ່ເອົາບາດຂອງພະ ເຮັດເປັນໝໍ້ຊີ້ນຈຸ່ມ ຕົນເບິ່ງວ່າ ເໝາະສົມ ຫຼື ບໍ່ເໝາະສົມ ກໍແລ້ວແຕ່ຄົນຈະຄິດ ສາສະໜາພຸດກໍກ່າວໄວ້ແລ້ວວ່າບໍ່ຄວນຍຶດຕິດ ເຮົາຄວນເບິ່ງວ່າຖ້າມັນໃຊ້ໄດ້ຄວນເອົາມາໃຊ້ ມັນຮູ້ສຶກແປກໃໝ່ ແລະ ເປັນຈຸດເດັ່ນຂອງຮ້ານ ແລະ ນີ້ເປັນພາສະນະໃໝ່ທີ່ຊື້ມາ ບໍ່ໄດ້ເອົາມາຈາກວັດ.

ສ່ວນບາດທີ່ນຳມາໃຊ້ໃນຮ້ານຈະເປັນແບບທີ່ຖືກຄວາມຮ້ອນໄດ້ ແລະ ລູກຄ້າກໍສາມາດເລືອກໄດ້ວ່າຈະເອົາເປັນເຕົາຊີ້ນດາດ ຫຼື ເປັນໝໍ້ແບບນີ້.

ແຫຼ່ງຂ່າວ CH3

ບົດຄວາມຫຼ້າສຸດ

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...

ປະຊາຊົນຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ກວ່າ 50 ລັດ ປະທ້ວງຕໍ່ຕ້ານ ໂດນັລ ທຣຳ ຜູ້ນຳສະຫະລັດ

ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆ ເພື່ອປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂດນັລ ທຣຳ ແລະ ອີລອນ ມັສ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ 2025 ຜ່ານມານີ້ວ່າ:...

ພູເຂົາໄຟໃນຟິລິບປິນ ປະທຸໜັກ ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງກວ່າ 4,000 ແມັດ

ປະທຸໜັກ! ພູເຂົາໄຟໃນຟິລິບປິນ ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງກວ່າ 4,000 ແມັດ ສຳນັກຂ່າວຕ່າງປະເທດລາຍງານ ພູເຂົາໄຟຄັນລະອອນ ໃນຟິລິບປິນ ເກີດປະທຸຂຶ້ນໃນຊ່ວງເຊົ້າຂອງວັນອັງຄານ 7 ເມສາ 2025 ຜ່ານມາ, ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງເຖິງ 4,000...

ພະຍາກອນອາກາດ ປະຈໍາວັນທີ 08 ເມສາ 2025, ເວລາ 08 ໂມງ 00

ພາກໃຕ້ຮ້ອນສຸດໂດຍສະເພາະ ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື. ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນ ຍັງປົກຄຸມຢູ່ເຂດພາກເຫນືອດ້ານຕາເວັນອອກ ລົງຫາ ພາກກາງຂອງປະເທດ ລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເຫນືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ...