Homeຂ່າວຕ່າງປະເທດຈັບມີດຂູ່ພໍ່ຕົວເອງຍ້ອນພໍ່ຍຶດໂທລະສັບບໍ່ໃຫ້ຫຼິ້ນເກມ

ຈັບມີດຂູ່ພໍ່ຕົວເອງຍ້ອນພໍ່ຍຶດໂທລະສັບບໍ່ໃຫ້ຫຼິ້ນເກມ

Published on

ເດັກນ້ອຍໃຈຮ້າຍທີ່ພໍ່ຍຶດໂທລະສັບ ເພາະຫຼິ້ນເກມຫຼາຍເກີນໄປ ເລີຍຈັບມີດອີໂຕ້ຂູ່ແທງພໍ່ຕົວເອງ.

ໃນວັນທີ 10 ກຸມພາ 2023 ສຳນັກຂ່າວຈີນ ໄດ້ເຜີຍແພ່ວິດີໂອ ທີ່ມີຜູ້ເຂົ້າເບິ່ງ 7 ລ້ານເທື່ອ ໂດຍເຫດການໄດ້ເກີດຂຶ້ນທີ່ກວ່າງຊີຈ້ວງ ຢູ່ພາກໃຕ້ຂອງຈີນ ພາຍໃນວິດີໂອ ສະແດງໃຫ້ເຫັນວ່າ ເດັກຊາຍປະຖົມຄົນໜຶ່ງຈັບມີດອີໂຕ້ຂູ່ ແກວ່ງມີດໃສ່ພໍ່ຕົວເອງ ແລ້ວຮ້ອງວ່າ “ເອົາໂທລະສັບຄືນມາ”  ເພາະພໍ່ຂອງລາວຍຶດໂທລະສັບບໍ່ໃຫ້ຫຼິ້ນເກມ ໃນຊ່ວງສຸດທ້າຍຂອງວິດີໂອ ພໍ່ຕັດສິນໃຈຈັບມີດອອກຈາກມືລູກຊາຍໄດ້ທັນ ແລະ ບໍ່ມີໃຜໄດ້ຮັບບາດເຈັບ.

ທາງດ້ານຄົນທີ່ຢູ່ໃກ້ບ້ານຖ່າຍວິດີໂອນັ້ນ ບອກວ່າ ປົກກະຕິແລ້ວພໍ່ຈະຕາມໃຈລູກຊາຍຕະຫຼອດ ແຕ່ບໍ່ໝັ້ນໃຈຄືກັນວ່າເປັນຫຍັງມື້ນັ້ນຄືຕັດສິນໃຈຍຶດໂທລະສັບລູກ.

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...