spot_img
Homeຂ່າວການຢ້ຽມຢາມປະທານາທິບໍດີ ເຢຍລະມັນ ເຂົ້າຢ້ຽມຍາມ ຣາຊາອານາຈັກ ກຳປູເຈຍ.

ປະທານາທິບໍດີ ເຢຍລະມັນ ເຂົ້າຢ້ຽມຍາມ ຣາຊາອານາຈັກ ກຳປູເຈຍ.

Published on

ໃນການຢ້ຽມຍາມປະເທດກຳປູເຈຍໃນຄັ້ງນີ້ ທ່ານປະທານິບໍດີເຢຍລະມັນ Frank-Walter Steinmeier ໄດ້ກ່າວຄຳຊົມເຊີຍຕໍ່ລັດຖະບານກຳປູເຈຍທີ່ສາມາດປ່ຽນແປງປະເທດ ຈາກທີ່ເຕັມໄປດ້ວຍສົງຄາມໃຫ້ກາຍເປັນລັດອະທິປະໄຕໄດ້ ແລະຍັງເປັນປະເທດທີ່ເສດຖະກິດເຕີບໃຫຍ່ໄວທີ່ສຸດໃນທະວີບ ພ້ອມທັງຍັງປະກອບສ່ວນສຳຄັນໃນວຽກງານລະດັບໂລກຫຼາຍຢ່າງ.

ໃນອາທິດນີ້ ທ່ານ Steinmeier ເອງກໍໄດ້ສ້າງປະຫວັດສາດໂດຍການເປັນປະທານາທິບໍດີຄົນທຳອິດຂອງ ສາທາລະນະລັດ ສະຫະພັນ ເຢຍລະມັນ ທີ່ເຂົ້າຢ້ຽມຍາມປະເທດກຳປູເຈຍ. ທ່ານ Steinmeier ພ້ອມດ້ວຍພັນລະຍາໄດ້ເດີນທາງມາຮອດກຳປູເຈຍໃນວັນທີ 14 ກຸມພາ 2023 ຜ່ານມາ ເນື່ອງໃນໂອກາດການຢ້ຽມຍາມບັນດາພາກພື້ນອິນດູຈິນ ແລະເພື່ອພົວພັນວຽກງານດ້ານການເມືອງແລະເສດຖະກິດ. ຈຸດປະສົງຫຼັກຂອງການຢ້ຽມຍາມແມ່ນການເພີ່ມພູນສາຍສຳພັນລະຫວ່າງສອງປະເທດກໍຄື ເຢຍລະມັນແລະກຳປູເຈຍ ທາງດ້ານວັດທະນະທຳ, ການສຶກສາ ແລະ ການກະສິກຳ.

ໃນມື້ທຳອິດ ທ່ານປະທານາທິບໍດີ ໄດ້ເດີນທາງໄປຢ້ຽມຢາມແຂວງສຽມຣຽບ, ເຊິ່ງທ່ານໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບຄວາມຄືບໜ້າຂອງວຽກງານເກັບກູ້ລະເບີດ ທີ່ເຢຍລະມັນໃຫ້ການສະໜັບສະໜູນ ແລະ ກ່ຽວກັບວຽກງານການບູລະນະປະຕິສັງຂອນພະທາດ ອັງກໍວັດ, ເຊິ່ງທີມງານຂອງເຢຍລະມັນ ໄດ້ຝຶກອົບຮົມພະນັກງານປະຕິສັງຂອນ.
ທ່ານ Steinmeier ຍັງໄດ້ເຂົ້າຢ້ຽມຍາມນະຄອນຫຼວງພະນົມເປນໃນມື້ວານນີ້ ແລະໄດ້ໂອ້ລົມ ກັບປະມຸກລັດ ທ່ານ Say Chhum ແລະທ່ານນາຍົກລັດຖະມົນຕີ Hun Sen.

ໃນຄະນະທີ່ທັງສອງກຳລັງໂອ້ລົມກັນ, ທ່ານ Steinmeier ກໍໄດ້ກ່າວຄຳຂອບໃຈຕໍ່ທ່ານ Hun Sen ສຳລັບການຕ້ອນຮັບອັນອົບອຸ່ນ ແລະທ່ານຍັງຮູ້ສຶກເປັນກຽດທີ່ໄດ້ເປັນປະທານາທຶບໍດີຂອງເຢຍລະມັນຄົນທຳອິດທີ່ເຂົ້າຢ້າມຍາມປະເທດກຳປູເຈຍ.
ທ່ານ Steinmeier ຍັງໄດ້ກ່າວເຖິງຄວາມປະທັບໃຈຕໍ່ການປະຕິບັດການຂຸດຄົ້ນບໍ່ແຮ່ໃນປະເທດກໍາປູເຈຍ, ເຊິ່ງໄດ້ສ້າງທີ່ດິນທີ່ປອດໄພໃຫ້ແກ່ປະຊາຊົນ, ເຊັ່ນດຽວກັນກັບການບູລະນະແລະປົກປັກຮັກສາວັດວາອາຮາມເກົ່າແກ່ໃນເມືອງ Siem Reap ໃນໄລຍະ 25 ປີຜ່ານມາ.

“ທ່ານປະທານາທິບໍດີ Frank-Walter Steinmeier ໄດ້ແຈ້ງໃຫ້ທ່ານລັດຖະມົນຕີຊາບວ່າ ທັງສອງປະເທດຈະຮ່ວມມືກັນແບບນີ້ຕະຫຼອດໄປ” ຜູ້ຊ່ວຍນາຍົກລັດຖະມົນຕີກຳປູເຈຍ ທ່ານ Eang Sophalleth ກ່າວ
ທ່ານ Sophalleth ຍັງກ່າວຕື່ມອີກວ່າ ທ່ານ Steinmeier ໄດ້ຊົມເຊີຍຄວາມເປັນຜູ້ນຳທີ່ມີປະສິດທິພາບຂອງທ່ານ Hun Sen ທີ່ສາມາດນຳພາໃຫ້ປະເທດຊາດກ້າວຜ່ານຄວາມຍາກລຳບາກພາຍຫຼັງສົງຄາມ ແລະຜົນສຳເລັດອື່ນໆໄດ້ແກ່: ມາດຕະການການຕອບໂຕ້ພະຍາດ Covid-19, ການເປັນເຈົ້າພາບຈັດງານມະຫະກຳກິລາ Asean Summit ຄັ້ງທີ່ 40 ແລະ 41 ແລະການປະກອບສ່ວນອື່ນໆໃນກອງປະຊຸມອາຊຽນ.

ທ່ານນາຍົກລັດຖະມົນຕີຍັງໄດ້ຊຸກຍູ້ໃຫ້ທັງສອງຝ່າຍເພີ່ມພູນການຮ່ວມມືລະຫວ່າງປະເທດໃນດ້ານຂອງ ພາວະໂລກຮ້ອນ, ພະລັງງານ, ພິເສດແມ່ນການລົງທຶນແລະການຄ້າ.
ເຊັ່ນດຽວກັນໃນມື້ວານນີ້, ທ່ານ Steinmeier ໄດ້ໂທລະສັບຫາ ທ່ານ Chhum (Chau Sen Cocsal Chhum) ແລະໄດ້ເນັ້ນຍ້ຳເຖິງຄວາມມຸ່ງໝັ້ນຂອງປະເທດເຢຍລະມັນໃນການເພີ່ມທະວີຄວາມສຳພັນແລະການຮ່ວມມືລະຫວ່າງປະເທດຂອງຕົນແລະກຳປູເຈຍ, ໂດຍສະເພາະແມ່ນດ້ານການເມືອງ, ເສດຖະກິດ, ການຄ້າ, ສຸຂະພາບ, ວັດທະນະທຳ, ການສຶກສາ ແລະການແລກປ່ຽນລະດັບປະຊາຊົນ.

ທ່ານ Chhum ເອງກໍໄດ້ສະແດງຄວາມພຶງພໍໃຈຕໍ່ການເຕີບໃຫຍ່ຂອງການຄ້າສອງຝ່າຍ ລະຫວ່າງປະເທດກຳປູເຈຍແລະເຢຍລະມັນ, ພ້ອມທັງເນັ້ນໜັກວ່າເຢຍລະມັນເປັນຄູ່ຮ່ວມມືການຄ້າທີ່ໃຫຍ່ທີ່ສຸດຂອງກຳປູເຈຍໃນບັນດາສະມາຊິກປະເທດໃນສະຫະພາບເອີຣົບ.

ແປໂດຍ: ພົນທຳ ວິຊາປຣາ

ບົດຄວາມຫຼ້າສຸດ

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...

ອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

ຄວາມຄືບໜ້າສະຖານະການການຄົ້ນຫາ ຜູ້ປະສົບເຫດ ອາຄານຂອງສຳນັກງານກວດເງິນແຜ່ນດິນ ປະເທດໄທ ຖະຫຼົ່ມລົງມາ ຂະນະນີ້ເຈົ້າໜ້າທີ່ຍັງເລັ່ງຄົ້ນຫາອີກ 76 ຄົນ. ສຳນັກຂ່າວຕ່າງປະເທດລາຍງານຈາກເຫດການອາຄາຂອງສຳນັກງານກວດເງິນແຫ່ງຊາດ ໃນພຶ້ນທີ່ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ ທີ່ກຳລັງທຳການກໍ່ສ້າງມີຄວາມສູງກວ່າ່ 30 ຊັ້ນ...

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

ຈຳນວນຜູ້ເສຍຊີວິດໃນມຽນມາຈາກເດຫແຜ່ນດິນໄຫວຮຸນແຮງເມື່ອວັນສຸກຜ່ານມາ, ມີຈຳນວນ 1,600 ຄົນ ຂະນະທມທີ່ໜ່ວຍກູ້ໄພເລັ່ງຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານຫຼາຍແຫ່ງທີ່ຖະຫຼົ່ມລົງມາ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ນຳນຳກອງທັບມຽນມາເປີດເຜີຍເມື່ອວັນທີ 29 ມີນາ 2025 ວ່າ: ຈຳນວນຜູ້ເສຍຊີວິດໃນປະເທດ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີ...