spot_img
Homeຂ່າວພາຍ​ໃນປູກຝັງ ແລະ ລ້ຽງສັດ ເຮັດໃຫ້ເສດຖະກິດຄອບຄົວດີຂື້ນ

ປູກຝັງ ແລະ ລ້ຽງສັດ ເຮັດໃຫ້ເສດຖະກິດຄອບຄົວດີຂື້ນ

Published on

ໃນວັນທີ 8 ກຸມພາ 2023 ທ່ານ ໄໝ່ທັນ ສິດທິ ປະຊາຊົນບ້ານວຽງໃໝ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃຫ້ສຳພາດວ່າ: ບ້ານວຽງໃໝ່ ຫ່າງຈາກເທດສະບານເມືອງວຽງພູຄາ ເປັນເມືອງທີ່ອຸດົມສົມບູນ ແລະ ເໝາະແກ່ການຜະລິດເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ເພື່ອເປັນການຊຸກຍູ້ສົ່ງເສີມປະຊາຊົນທຳການຜະລິດໃຫ້ຫຼາຍກາຍເປັນສິນຄ້າພັດທະນາເສດຖະກິດຄອບຄົວໃຫ້ນັບມື້ດີຂື້ນທາງອົງການຈັດຕັ້ງຂັ້ນເມືອງ ແລະ ຂັ້ນບ້ານກໍ່ໄດ້ສົມທົບກັບປະຊາຊົນສຸມໃສ່ການປູກຝັງ-ລ້ຽງສັດ.

ບ້ານວຽງໃໝ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກໍ່ເປັນອີກບ້ານໜື່ງທີ່ມີເງື່ອນໄຂ ແລະ ເນື້ອທີ່ທຳການຜະລິດປູກຝັງ-ລ້ຽງສັດກາຍເປັນສິນຄ້າ ເຊິ່ງຄອບຄົວຂອງທ່ານ ໄໝ່ທັນ ສິດທິ ກໍ່ເປັນຄອບຄົວໜື່ງທີ່ສຸມໃສ່ການຜະລິດປູກຝັງ-ລ້ຽງສັດສາມາດເພິງຕົນເອງກຸ້ມຕົນເອງ ແລະ ກາຍເປັນຄອບຄົວຕົວແບບຂອງບ້ານວຽງໃໝ່ເມືອງວຽງພູຄາ.

ໂດຍໃນເມືອກ່ອນເສດຖະກິດຄອບຄົວຂອງທ່ານແມ່ນມີຄວາມລຳບາກດ້ວຍການເຮັດນາພຽງຢ່າງດຽວ ແລະ ຕໍ່ມາກໍ່ໄດ້ລິເລີ່ມຫັນມາລ້ຽງງົວໃນເບື້ອງຕົ້ນແມ່ນໄດ້ລົງທຶນ 30.000.000 ກີບ ຊື້ງົວ, ໜາມໝາກຈັບ, ເຫຼັກ, ຢາປິ່ນປົວພະຍາດງົວ ແລະ ໃນປີ 2022 ແມ່ນໄດ້ຂາຍງົວອອກຈໍານວນ 5 ໂຕ ເປັນມູຄ່າ 28.000.000 ກີບ ແລ້ວຍັງມີງົວໃນຟາມ 20 ກວ່າໂຕ ແລະມີສວນຫຍ້າ 7 ເຮັກຕາ, ນອກຈາກການລ້ຽງງົວແລ້ວຍັງລ້ຽງຄວາຍ ແບ້ ໝູ ເຮັດນາ ແລະ ສັດປີກອີກຈຳນວນໜື່ງສາມາດສ້າງລາຍຮັບເຂົ້າຄອບຄົວ 40 ກວ່າລ້ານກີບຕໍ່ປີ, ເຊິ່ງເຮັດໃຫ້ຄອບຄົວຂອງລາວມີເສດຖະກິດດີຂື້ນສາມາດຊື້ລົດໃຫຍ່ໄດ້ 2 ຄັນ ແລະ ມີເຮືອນຖາວອນພ້ອມທັງສົ່ງລູກຮຽນ.

ທ່ານກ່າວຕື່ມວ່າ: ໃນຕໍ່ໜ້າແມ່ນຈະໄດ້ຂະຫຍາຍແນວພັນງົວອອກ ແລະ ສວນຫຍ້າອອກຕື່ມ. ທ່ານໄດ້ຮຽກຮ້ອງມາຍັງພາກສ່ວນຫ້ອງການທີ່ກ່ຽວຂ້ອງໃຫ້ລົງໃກ້ສິດຕິດແທດກັບການລ້ຽງເປັນຕົ້ນແມ່ນດ້ານທຶນຮ້ອນ, ດ້ານວິຊາການ ແລະ ຢາປ້ອງກັນພະຍາດສັດທຸກຊະນິດອີກຕື່ມ.

ແຫຼ່ງຂ່າວ ຂ່າວສານ ແຂວງຫຼວງນໍ້າທາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...