spot_img
Homeຂ່າວພາຍ​ໃນລົງນາມບົດບັນທຶກຄວາມເຂົ້າໃຈ ສຶກສາການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ

ລົງນາມບົດບັນທຶກຄວາມເຂົ້າໃຈ ສຶກສາການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ

Published on

ໃນຕອນແລງວັນທີ 9 ກຸມພາ 2023 ຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ສີສັນ ພັດທະນາສາກົນ ຈຳກັດຜູ້ດຽວ, ບໍລິສັດ ໄຊຍາ ກໍ່ສ້າງ-ສ້ອມແປງ ຄົບວົງຈອນ ຈຳກັດຜູ້ດຽວ ແລະ ບໍລິສັດ ແອວໄອທີໂຊລູຊັນ ຈຳກັດຜູ້ດຽວ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາ ການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມຈົບງາມ, ຄວາມປອດໄພ, ຄວາມເປັນເອກະພາບໃນການພັດທະນາ, ການນຳໃຊ້ ແລະ ການບໍລິການພື້ນຖານໂຄງລ່າງສາຍສົ່ງໂທລະຄົມມະນາຄົມຕ່າງໆຕາມເສັ້ນທາງ ແລະ ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ວາງແຜນຂະຫຍາຍຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດໃນອະນາຄົດ.

ພິທີດັ່ງກ່າວຕາງໜ້າຝ່າຍກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາງໜ້າລົງນາມໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ແລະ ຕາງໜ້າຝ່າຍບໍລິສັດ ລົງນາມໂດຍ ທ່ານ ສັນຕິ ສີທຸມມະລັດ ປະທານ ບໍລິສັດ ສີສັນ ພັດທະນາສາກົນ ຈຳກັດຜູ້ດຽວ ແລະ ທ່ານ ວິລະສັກ ວົງໄຊ ປະທານ ບໍລິສັດ ແອວໄອທີໂຊລູຊັນ ຈຳກັດຜູ້ດຽວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ/ທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ພ້ອມນັ້ນ​, ກໍຈະຮ່ວມກັນຄົ້ນຄວ້າເພື່ອສະເໜີປັບປຸງນິຕິກຳທີ່ກ່ຽວຂ້ອງກັບການພັດທະນາ ແລະ ນຳໃຊ້ພື້ນຖານໂຄງລ່າງ, ການໃຫ້ບໍລິການເຊົ່າໃຊ້ຕິດພັນກັບລະບົບສາຍສົ່ງໂທລະຄົມມະນາຄົມຮ່ວມກັນ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກະຊວງແຜນການ ແລະ ການລົງທຶນ,​ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ເພື່ອຄົ້ນຄວ້າການອະນຸຍາດ ສຳປະທານ ການພັດທະນາ, ການຕິດຕັ້ງ ແລະ ສະໜອງການບໍລິການເຊົ່າໃຊ້ ລະບົບສາຍສົ່ງໂທລະຄົມມະນາຄົມໃຕ້ດິນ. ຊຶ່ງການຈັດຕັ້ງປະຕິບັດແມ່ນຈະໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນຈະສຶກສາການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ໃນຂອບເຂດນະຄອນຫຼວງວຽງຈັນ ແນໃສ່ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມຈົບງາມ ແລະ ຄວາມປອດໄພໃຫ້ສຳເລັດໂດຍໄວ ພ້ອມທັງກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໄລຍະທີ 2 ແມ່ນຈະສຶກສາການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມໃນຂອບເຂດທົ່ວປະເທດ.

ທີ່ມາ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...