spot_img
Homeຂ່າວຕ່າງປະເທດມົນລະພິດທາງອາກາດທີ່ຮ້າຍແຮງ ສົ່ງຜົນໃຫ້ປະຊາຊົນໃນກຸງເທບຕ້ອງເຮັດວຽກຢູ່ເຮືອນ

ມົນລະພິດທາງອາກາດທີ່ຮ້າຍແຮງ ສົ່ງຜົນໃຫ້ປະຊາຊົນໃນກຸງເທບຕ້ອງເຮັດວຽກຢູ່ເຮືອນ

Published on

ທາງການໄທແນະນຳໃຫ້ປະຊາຊົນໃນກຸງເທບ ເຮັດວຽກຢູ່ບ້ານ ແລະ ໃສ່ໜ້າກາກອະນາໄມເມື່ອອອກມາທາງດ້ານນອກ ຍ້ອນມົນລະພິດທາງອາກາດທີ່ເພີ່ມສູງຂຶ້ນ.

ໃນວັນອັງຄານທີ່ຜ່ານມາ ທ່ານ ຊັດຊາດ ຜູ້ວ່າກຸງເທບມະຫານະຄອນ ກ່າວໃນຖະແຫຼງການວ່າ ປະຊາຊົນໃນເມືອງຫຼວງຂອງໄທ ຖ້າເປັນໄປໄດ້ຄວນເຮັດວຽກຢູ່ບ້ານ ຫຼື ປ່ຽນຈາກການໃຊ້ລົດສ່ວນຕົວ ມາເປັນລົດໂດຍສານສາທາລະນະ.

ອີງຕາມ Bangkok Post ໄດ້ລາຍງານວ່າ: ໃນອາທິດນີ້ ຄຸນະພາບຂອງອາກາດຂອງເມືອງຍັງຢູ່ໃນລະດັບທີ່ອັນຕະລາຍ ໂດຍທາງການໄດ້ອອກຄຳເຕືອນວ່າຝຸ່ນລະອອງອັນຕະລາຍທີ່ເອີ້ນວ່າ PM2.5 ອາດເກີນລະດັບຄວາມປອດໄພ.

ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມານີ້ ກຸງເທບ ເມືອງຫຼວງຂອງປະເທດໄທນັ້ນ ແລະ ເມືອງອື່ນໆ ກຳລັງປະສົບກັບບັນຫາສະພາບອາກາດຕົກຕ່ຳ ເຊິ່ງມີທ່າອ່ຽງຈະຕ່ຳລົງອີກໃນໄລຍະເດືອນທັນວາ ຫາ ເດືອນກຸມພາ.

ທ່ານ ຊັດຊາດ ໄດ້ກ່າວຕື່ມວ່າ ທາງການໄດ້ພະຍາຍາມຄວບຄຸມກິດຈະກຳ ທີ່ກໍ່ໃຫ້ເກີດຝຸ່ນລະອອງເຊັ່ນ ການຈູດຂີ້ເຫຍື້ອ ການກໍ່ສ້າງ ແລະ ການເຜົາໄໝ້ຈາກເຄື່ອງຈັກລົດບັນທຸກ.

ຂະນະດຽວກັນ ເຈົ້າໜ້າທີ່ກະຊວງສາທາລະນະສຸກທົ່ວປະເທດໄທຈະເຝົ້າຕິດຕາມລະດັບຂອງຝຸ່ນ PM2.5 ແລະ ຈະເປີດເຫດສຸກເສີນສຳລັບເຂດໃດທີ່ມີລະດັບຄຸນະພາບຂອງອາກາດທີ່ບໍ່ດີຕໍ່ສຸຂະພາບເປັນເວລາ 3 ມື້.

ມົນລະພິດທາງອາກາດທີ່ປົກຄຸມໃນປະເທດລາວ

ໃນຂະນະດຽວກັນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກຄຳເຕືອນໃນວັນອັງຄານທີ່ຜ່ານມາ ກ່ຽວກັບມົນລະພິດທາງອາກາດທີ່ເປັນອັນຕະລາຍໃນທົ່ວປະເທດ.

ການສຶກສາຫຼ້າສຸຂອງ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ: 4 ແຂວງໃນພາກເໜືອ (ບໍ່ແກ້ວ ຜົ່ງສາລີ ອຸດົມໄຊ ແລະ ຫຼວງພະບາງ) ແລະ ສະຫວັນນະເຂດ ເປັນຈຸລວມມົນລະພິດໃນປະເທດລາວ.

ຜົນການວິໄຈພົບວ່າ ໄຟປ່າ ການຖາງປ່າເຮັດໄຮ່ ມີສ່ວນສຳຄັນທີ່ເຮັດໃຫ້ເກີດົນລະພິດທາງອາກາດ.

ແຫຼ່ງຂ່າວ The Laotian Times

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...