Homeຂ່າວຢາເສບຕິດເຈົ້າໜ້າທີ່ ປກສ ຢຶດນ້ຳ ແລະ ສ່ວນປະສົມໃນການປຸງແຕ່ງກະທ່ອມ ຢູ່ບ້ານສີວິໄລ ແລະ ບ້ານຄຳຮຸ່ງ.

ເຈົ້າໜ້າທີ່ ປກສ ຢຶດນ້ຳ ແລະ ສ່ວນປະສົມໃນການປຸງແຕ່ງກະທ່ອມ ຢູ່ບ້ານສີວິໄລ ແລະ ບ້ານຄຳຮຸ່ງ.

Published on

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອ ງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປກສ ເມືອງໄຊທານີ, ປກສ ກຸ່ມສີວິໄລ ແລະ ປກສ ບ້ານຄຳຮຸ່ງ ເມືອງໄຊທານີ ນວ ໄດ້ລົງກວດກາ ແລະ ຕິດຕາມຕົວຈິງຈາກແຫຼ່ງຂໍ້ມູນ ວ່າມີການຜະລິດ ແລະ ຈຳໜາຍນ້ຳກະທ່ອມຈິງແທ້ ຢູ່ບ້ານສີວິໄລ ແລະ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງຍຶດຂອງກາງນ້ຳທ່ອມ, ໃບກະທ່ອມ ແລະ ສ່ວນປະສົມໃນການປຸງແຕ່ງໄດ້ຈຳນວນຫຼວງຫຼາຍ.

ເຈົ້າໜ້າທີ່ ປກສ ໃຫ້ຮູ້: ນໍ້າຕົ້ມໃບກະທ່ອມ, ໃບກະທ່ອມ ແລະ ສ່ວນປະສົມ ໃນການປຸ່ງແຕ່ງນໍ້າໃບກະທ່ອມ ທີ່ນໍາຢຶດໄດ້ໃນຄັ້ງນີ້, ແມ່ນຢຶດມາໄດ້ ຢູ່ຫ້ອງເຊົ່າ ບ້ານສີວິໄລ ໜ່ວຍ 36 ແລະ ຫ້ອງເຊົ່າບ້ານຄຳຮຸ່ງ ໜ່ວຍ 8 ເມືອງໄຊທານີ ນວ.

ໃນນີ້ຫ້ອງເຊົ່າ ບ້ານສີວິໄລ ເຊິ່ງມີນໍ້າກະທ້ອມຕົ້ມແລ້ວ ໃສ່ຕຸກ ຂະໜາດ 1,5 ລິດ ຈຳນວນ 53 ຕຸກ, ໃບກະທ່ອມດິບຖົງໃຫຍ່ 1 ກິໂລ ມີ 58 ຖົງ, ໃບກະທ່ອມດິບຖົງນ້ອຍ 150 ກຼາມ ມີ 14 ຖົງ, ໃບກະທ່ອມແຫ້ງ 12,4 ກິໂລ, ນ້ຳໝາກພ້າວແກ້ວໃຫຍ່ 49 ແກັດ, ນ້ຳໝາກພ້າວນ້ອຍ 25 ແກັບ ກັບ 5 ແພັກ, ນ້ຳໝາກພ້າວ 76 ແກັດ, ນ້ຳໂອອີຊີ 71 ແກັດ, ຢາດີໄອດີທິດຊິນ ຈຳນວນ 3 ແກັດ ກັບ 299 ຂວດ ແລະ ນໍ້າຕົ້ມໃບກະທ້ອມ ຈຳນວນ 2 ໝໍ້ໃຫຍ່.

ຫ້ອງເຊົ່າ ບ້ານຄຳຮຸ່ງ ມີນ້ຳກະທ່ອມ 150 ຕຸກ, ໃບກະທ່ອມ 801 ກິໂລ, ນ້ຳໝາກພ້າວ 32 ແກັດ, ນ້ຳຕານສົດ 100% ໂຄຟີ ແກັດສີແດງ 19 ແກັດ, ແກັດສີຂຽວ 40 ແກັດ ກັບ 17 ແກ້ວ, ໂອອີຊີຝາສົ້ມ 28 ແກັດ ແລະ ຝາຂຽວ 39 ແກັດ, ຢາດີໄອ 24 ແກັດໃຫຍ່ ກັບ 18 ແກັດນ້ອຍ ແລະ ນ້ຳຕົ້ມໃບກະທ່ອມຈຳນວນ 2 ໜໍ້ໃຫຍ່

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...