spot_img
Homeຂ່າວຕ່າງປະເທດຢູເຄຣນຫວັງໃຫ້ມີກອງປະຊຸມສັນຕິພາບໃນປີໜ້າ

ຢູເຄຣນຫວັງໃຫ້ມີກອງປະຊຸມສັນຕິພາບໃນປີໜ້າ

Published on

ທ່ານ Dmytro Kuleba ລັດຖະມົນຕີກະຊວງການຕ່າງປະເທດຂອງຢູເຄຣນ ເປີດເຜີຍວ່າ ຢູເຄຣນຕ້ອງການໃຫ້ຈັດກອງປະຊຸມນາໆຊາດ ວ່າດ້ວຍການຍຸດຕິສົງຄາມຈັດຂຶ້ນໃນຊ່ວງທ້າຍເດືອນກຸມພາປີໜ້າ.

ໃນວັນທີ 26 ທັນວາ 2022 ທ່ານ Dmytro Kuleba ໄດ້ໃຫ້ສຳພາດວ່າ ທະຫານຢູເຄຣນຈະໄດ້ຮັບການຝຶກຝົນນອກປະເທດ ເພື່ອຮຽນຮູ້ວິທີການໃຊ້ລະບົບປ້ອງກັນທາງອາກາດຂອງອາເມຣິກາ.

ໂດຍລະບຸວ່າ ໃນຊ່ວງບໍ່ຮອດ 6 ເດືອນນີ້ ຖານຍິງລູກສອນໄຟຈະເລີ່ມໃຊ້ວຽກໄດ້ ແລະ ຢູເຄຣນຈະຫາວິທີເພື່ອຊະນະສົງຄາມໃນປີໜ້າໃຫ້ໄດ້ ນອກນີ້ ລັດຖະບານຢູເຄຣນຍັງສະແຫວງຫາຄວາມຮ່ວມມືໃນສະຫະປະຊາຊາດ ເພື່ອຈັດກອງປະຊຸມສຸດຍອດສັນຕິພາບ ໃນເດືອນກຸມພາ ປີ2023 ເຊິ່ງຄົບຮອບ 1 ປີທີ່ມີການຂັດແຍ່ງກັນລະຫວ່າງຢູເຄຣນ-ຣັດເຊຍ.

ແຫຼ່ງຂ່າວ the guardian

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...