spot_img
Homeຂ່າວນໍ້າຖ້ວມມາເລເຊຍນ້ຳຖ້ວມໜັກ! ເລັ່ງອົບພະຍົບປະຊາຊົນກວ່າ ສອງໝື່ນຄົນ

ມາເລເຊຍນ້ຳຖ້ວມໜັກ! ເລັ່ງອົບພະຍົບປະຊາຊົນກວ່າ ສອງໝື່ນຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ, ມາເລເຊຍ ​ໃນ​ວັນ​ທີ 19 ທັນວາ​ນີ້​ວ່າ: ອົງການ​ອຸຕຸນິຍົມ​ວິທະຍາ​ແຫ່ງ​ຊາດ​ມາ​ເລ​ເຊຍ​ລາຍ​ງານ​​ເກີດ​ໄພ​ນ້ຳ​ຖ້ວມ​ກະທັນຫັນ ໃນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ ນີ້​ແມ່ນ​ຜົນ​ຂອງ​ຝົນຕົກ​ໜັກ​ມື້​ຜ່ານ​ມາ ໂດຍສະເພາະໃນລັດ Selangor ທີ່ອ້ອມຮອບກຸ່ມ Kuala Lumpur ໃນລະດັບນໍ້າຂອງ 11 ແມ່ນໍ້າທີ່ໄຫຼລົ້ນຝັ່ງ ແລະ​ ກັນເຈື່ອນ.

ໃນຂະນະບໍລິການລົດເມໃນຫຼາຍເສັ້ນທາງທີ່ອ້ອມຮອບ Kuala Lumpur ແລະ ລົດໄຟລະຫວ່າງ Klang ເຊິ່ງ​ແມ່ນ​ໜຶ່ງ​ໃນ​ເມືອງ​ທ່າ​ເຮືອ​ທີ່​ສຳຄັນ​ຂອງ​ມາ​ເລ​ເຊຍ ໂຈະການບໍລິການຊົ່ວຄາວ ເຊິ່ງໃນຕອນນີ້ຍອດປະຊາຊົນຜູ້ອົບອົບພະຍົບ 22.000 ກວ່າຄົນ ໃນເຂດທີ່ມີຄວາມສ່ຽງ.

ທັງນີ້, ມາ​ເລ​ເຊຍ​ໄດ້​ປະສົບ​ໄພ​ນ້ຳ​ຖ້ວມ​ຮ້າຍ​ແຮງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ. ໃນລະຫວ່າງທ້າຍປີ 2014 ຫາຕົ້ນປີ 2015 ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ ແລະ ສ້າງຄວາມເສຍຫາຍທາງດ້ານເສດຖະກິດປະມານ 560 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: DAILYNEWS

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...