Homeຂ່າວຕ່າງປະເທດທ່ານ ຈຽງ ເຈີເໝິນ ອະດີດຜູ້ນຳຈີນເສຍຊີວິດດ້ວຍອາຍຸ 96 ປີ

ທ່ານ ຈຽງ ເຈີເໝິນ ອະດີດຜູ້ນຳຈີນເສຍຊີວິດດ້ວຍອາຍຸ 96 ປີ

Published on

ທ່ານ ຈຽງ ເຈີເໝິນ ອະດີດປະທານາທິບໍດີຈີນ ຜູ້ນຳພາປະເທດຜ່ານມາຫຼາຍຍຸກຫຼາຍສະໄໝ ໄດ້ເຖິງແກ່ມໍລະນະກຳແລ້ວ ໃນອາຍຸ 96ປີ.

ສຳນັກຂ່າວ CGTN ຂອງຈີນ ໄດ້ລາຍງານວ່າ: ໃນວັນທີ 30 ພະຈິກ 2022 ທ່ານ ຈຽງ ເຈີເໝິນ ອະດີດປະທານາທິບໍດີປະເທດຈີນ ໄດ້ມໍລະນະກຳແລ້ວ ເນື່ອງຈາກລູຄີເມຍ ແລະ ອະໄວຍະວະລົ້ມເຫຼວຫຼາຍສ່ວນ ທີ່ຊ່ຽງໄຮ້ ໃນເວລາ 12:13 ໂມງ.

ຕອນທີ່ ຈຽງ ເຈີເໝິນ ຂຶ້ນມາເປັນຜູ້ນຳ ໃນປີ 1989 ເຊິ່ງຈີນຍັງຢູ່ໃນຊ່ວງທຳອິດຂອງການປັບເສດຖະກິດພາຍໃນປະເທດໃຫ້ທັນສະໄໝ ແລະ ໄດ້ໝົດວາລະໃນປີ 2003.

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...