spot_img
Homeຂ່າວຕ່າງປະເທດອະດີດປະທານາທິບໍດີ ບຣາຊິນ ຊະນະການເລືອກຕັ້ງຂຶ້ນດຳລົງຕຳແໜ່ງສະໄໝທີ 3

ອະດີດປະທານາທິບໍດີ ບຣາຊິນ ຊະນະການເລືອກຕັ້ງຂຶ້ນດຳລົງຕຳແໜ່ງສະໄໝທີ 3

Published on

ທ່ານ ລູລາ ດາຊິນວາ (Lula da Silva) ອະດີດປະທານາທິບໍດີ ບຣາຊິນ ຈະ​ກາຍ​ເປັນ​ປະທານາທິບໍດີ​ບຣາຊິນ​ເປັນ​ສະ​ໄໝ​ທີ 3 ຫຼັງຈາກ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຮອບ​ທີ​ສອງ ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ​ທີ່ຜ່ານມາ, ​ໂດຍ​ເອົາ​ຊະນະ​ປະທານາທິບໍດີ​ບຣາຊິນ​ຄົນ​ປັດຈຸບັນ ທ່ານ Jair Bolsonaro ​ແລະ ​ມີ​ກຳນົດ​ຈະ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ 1 ມັງກອນ​ນີ້.

ຫຼັງ​ຈາກ​ການ​ນັບ​ຄະ​ແນນ​ສຽງ​ປະມານ 99% ຊາວບຣາຊິນຫຼາຍກວ່າ 156 ລ້ານຄົນມີສິດລົງຄະແນນສຽງໃນປີນີ້, ຜູ້​ສະໝັກ​ທັງ​ສອງ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອາທິດ​ທີ່ຜ່ານມາ ໂດຍທ່ານ ລູລາ ດາ ຊິນວາ ອະດີດ​ປະທານາທິບໍດີ​ອາ​ຍຸ 77 ປີ ໄດ້​ລົງ​ສະໝັກ​ເລືອກ​ຕັ້ງ​ໃນນາມຕົວແທນພັກຄົນງານ, ຊຶ່ງ​ເປັນ​ພັກ​ຝ່າຍ​ຊ້າຍ ໄດ້​ຮັບ 50,89% ຂອງ​ຄະ​ແນນ​ສຽງ​ສະ​ຫນັບ​ສະ​ຫນູນ, ຄິດເປັນ 60,218,484 ລົງ​ຄະ​ແນນ​ສຽງ ໃນຂະນະທີ່ປະທານາທິບໍດີ Jair Bolsonaro, ຜູ້ນຳພັກອະນຸລັກນິຍົມ ອາຍຸ 67 ປີຄົນປັດຈຸບັນ ໄດ້ຮັບຄະແນນສຽງສະໜັບສະໜູນ 49,11%, ຄິດເປັນ 58,111,752 ຄະແນນ, ເຊິ່ງເປັນການແຂ່ງຂັນທີ່ຂ້ອນຂ້າງສູສີ. ພາຍຫຼັງ​ການ​ເລືອກ​ຕັ້ງ​ຮອບ​ທຳ​ອິດ​ໃນ​ວັນ​ທີ 2 ຕຸລາ​ນີ້, ​ເຮັດ​ໃຫ້​ຄວາມ​ຈຳ​ເປັນ​ຕ້ອງ​ຈັດ​ການ​ເລືອກ​ຕັ້ງ​ຮອບ​ທີ​ສອງ​ຕໍ່​ໄປ.

ສຳລັບ ທ່ານ ດາ ຊິນວາ ເປັນປະທານາທິບໍດີຂອງປະເທດບຣາຊິນເປັນເວລາ 2 ສະໄໝ, ແຕ່ປີ 2003-2006 ແລະ 2007-2011. ພາຍໃຕ້ການນຳພາຂອງເຂົາ ເສດຖະກິດບຣາຊິລໄດ້ເຕີບໂຕເປັນຜົນມາຈາກລາຄາສິນຄ້າທີ່ເພີ່ມຂຶ້ນ, ເຊິ່ງຊ່ວຍສະໜັບສະໜູນໂຄງການສະຫວັດດີການສັງຄົມຂະໜາດໃຫຍ່ ​ແລະ ​ລົບ​ລ້າງ​ຄວາມທຸກ​ຍາກ​ໃຫ້​ແກ່​ຫຼາຍ​ລ້ານ​ຄົນ ໂດຍໄດ້ຮັບ ຄະແນນນິຍົມສູງເຖິງ 90% ຫຼັງຈາກອອກຕຳແຫຼ່ງ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...