spot_img
Homeຂ່າວຕ່າງປະເທດງານມະຫະກຳໜັງສືທີ່ໃຫຍ່ທີ່ສຸດໃນໂລກ

ງານມະຫະກຳໜັງສືທີ່ໃຫຍ່ທີ່ສຸດໃນໂລກ

Published on

ງານມະຫະກຳໜັງສື ແຟຣງເຟຣິດ (Frankfurt Book Fair) ຄັ້ງທີ 74 ເຊິ່ງເປັນງານມະຫະກຳໜັງສືທີ່ໃຫຍ່ທີ່ສຸດໃນໂລກ ໂດຍຈັດຂຶ້ນທີ່ເຢຍລະມັນ ໃນວັນອາທິດທີ່ຜ່ານມານີ້.

ວັນທີ 24 ຕຸລາ 2022 ສຳນັກຂ່າວ ຊິນຫົວ ໄດ້ລາຍງານວ່າ: ເຍີເກນ ບູສ ແລະ ຊີອີໂອ ຂອງງານມະຫະກຳ ໄດ້ເປີດເຜີຍວ່າມະຫະກຳປີນີ້ ດຶງດູດຜູ້ເຂົ້າຊົມງານສູງເກີນຂາດໝາຍ ປະມານ 90.000 ຄົນ ຈາກ 100 ປະເທດ ແລະ ພູມິພາກ ພ້ອມຄາດຫວັງຄວາມກ້າວໜ້າຫຼາຍຂຶ້ນໃນປີໜ້າ ດ້ວຍພູມິທັດທາງວັນນະກຳທີ່ຫຼາກຫຼາຍ.

ມະຫະກຳດັ່ງກ່າວ ເຊິ່ງຈັດຂຶ້ນລະຫວ່າງ ວັນທີ 18-23 ຕຸລາ ຍັງດຶງດູດຜູ້ຈັດສະແດງຫຼາຍກວ່າ 4.000 ຄົນ ຈາກ 95 ປະເທດ ແລະ ພູມິພາກ.

ຄະນະຜູ້ຈັດສະແດງຈາກປະເທດຈີນ ໄດ້ຮ່ວມສະແດງສິ່ງພິມຕ່າງໆ ຫຼາຍກວ່າ 1.000 ປະເພດ ໃນນັ້ນມີດ້ານການເມືອງ ເສດຖະກິດ ວັນນະກຳ ປະຫວັດສາດ ເຕັກໂນໂລຊີ ແລະ ການຮຽນຮູ້ພາສາຈີນ ສຳລັບຜູ້ໃຫຍ່ ແລະ ເດັກນ້ອຍ.

ໃນປີໜ້າງານນີ້ກໍຈັດຈັດຂຶ້ນອີກໃນວັນທີ 18-22 ຕຸລາ 2023.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...