Homeຂ່າວພາຍ​ໃນອຸ​ປະ​ກອນ​ສັນຍານຂອງ​ທາງ​ລົດ​ໄຟລາວ-ຈີນ ​ໄດ້ຖືກລັກ

ອຸ​ປະ​ກອນ​ສັນຍານຂອງ​ທາງ​ລົດ​ໄຟລາວ-ຈີນ ​ໄດ້ຖືກລັກ

Published on

ອຸ​ປະ​ກອນ​ສັນຍານຂອງ​ທາງ​ລົດ​ໄຟລາວ-ຈີນ ​ໄດ້ຖືກ​ລັກ ຈຶ່ງເຮັດໃຫ້ລົດໄຟໄດ້ຮອດຈຸດໝາຍຊ້າ.

​ວັນທີ 21 ຕຸລາ 2022 ຕາມການລາຍງານຂອງ LCR ໄດ້ໃຫ້ຮູ້ວ່າ: ໃນຊ່ວງເຊົ້າຂອງມື້ດຽວກັນນີ້ ອຸ​ປະ​ກອນ​ສັນຍານຂອງ​ທາງ​ລົດ​ໄຟ​ໄດ້ຖືກ​ລັກ ຫຼັງຈາກກວດພົບເຫດການ ໜ່ວຍງານບຳລຸງຮັກສາ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ ໄດ້ເຂົ້າເຖິງພື້ນທີ່ເພື່ອກວດສອບ, ແຕ່ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ໂດຍ​ສານ ພວກເຮົາຈຳເປັນຕ້ອງຈອດລົດຊົ່ວຄາວ ຈຶ່ງເຮັດໃຫ້ລົດໄຟທີ່ໄດ້ອອກເດີນທາງໃນຕອນເຊົ້າຂອງມື້ນີ້ອາດຈະຮອດຊ້າກວ່າກຳນົດ.

ຫຼັງຈາກກວດສອບສະພາບການວ່າສາມາດເດີນລົດໄດ້ຢ່າງປອດໄພແລ້ວ ຈິ່ງເລີ່ມເດີນລົດຕໍ່ ເຊິ່ງອາດຈະເຮັດໃຫ້ມີຜົນກະທົບຕໍ່ເວລາໄປເຖິງ.

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...