spot_img
Homeຂ່າວພາຍ​ໃນແຂວງຫຼວງນໍ້າທາທໍາລາຍຢາເສບຕິດ

ແຂວງຫຼວງນໍ້າທາທໍາລາຍຢາເສບຕິດ

Published on

ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ເປັນຂະບວນຟົດຟື້ນ, ເຊີ່ງວັນທີ 12 ຕຸລາ ແມ່ນວັນແຫ່ງຊາດຕ້ານຢາເສບຕິດ ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ມາໃນວັນທີ 14 ຕຸລາ 2022 ຢູ່ທີ່ເດີນກິລາແຂວງ ໄດ້ມີພິທີທໍາລາຍຢາເສບຕິດຂື້ນ ໂດຍການເປັນປະທານຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ,ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງ, ທ່ານ ພົນຈັດຕະວາ ອິນສົມ ທໍາລະສີນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າພະແນກການ,ອົງການທຽບເທົ່າ,ສອງກອງບັນຊາການ,ພະນັກງານ,ນັກຮຽນ,ນັກສືກສາ,ບັນດາບໍລິສັດ,ພັກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ,ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງໄດ້ຜ່ານບົດລາຍງານການເຄື່ອນໄຫວແກ້ໄຂສະກັດກັ້ນ ແລະ ຕ້ານຢາເສບຕິດໃນໄລຍະ 1 ປີຜ່ານມາ ເຊີ່ງມີຄະດີຄ້າງ 104 ເລື່ອງ, ຜູ້ຖືກຫາ 147 ຄົນ, ຍິງ 17 ຄົນ, ຕ່າງປະເທດ 2 ຄົນ ມາຮອດປີ 2022 ໄດ້ມ້າງຄະດີກ່ຽວກັບຢາເສບຕິດໄດ້ທັງໝົດ 138 ເລື່ອງ, ຜູ້ຖືກຫາ 187 ຄົນ, ຍິງ 16 ຄົນ, ຕ່າງປະເທດ 3 ຄົນ, ຜ່ານມາຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ຂະແໜງການກ່ຽວຂ້ອງທຸກພາກສ່ວນ ກໍໄດ້ຖືເອົາວຽກງານການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານໜຶ່ງທີ່ສໍາຄັນຕາມແຜນຍຸດທະສາດແຫ່ງຊາດ ແລະ ໄດ້ຮັບຮູ້ຢາເສບຕິດເປັນໄພອັນຕະລາຍຕໍ່ຊິວິດ, ຊັບສິນ ແລະ ເປັນໜໍ່ແໜງທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ ເກີດຄວາມບໍ່ສະຫງົບຂຶ້ນໃນສັງຄົມຍ້ອນເຫັນໄດ້ຜົນຮ້າຍຄືດັ່ງກ່າວ, ຄະນະພັກ, ອົງການປົກຄອງຂອງແຂວງ ຈຶ່ງໄດ້ຊີ້ນໍາບັນດາຂະແໜງການ, ເຈົ້າໜ້າທີ່ ກໍຄືຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງ, ເມືອງ ແລະ ອົງການປົກຄອງບ້ານ ດໍາເນີນການເຄື່ອນໄຫວກວດກາ, ສະກັດກັ້ນ, ການຜະລິດ, ການຂົ່ນສົ່ງ, ຊື້-ຂາຍ ແລະ ເສບ ຢ່າງແຂງແຮງເຂັ້ມງວດ ຕາມສິດໜ້າທີ່ ແລະ ພາລະບົດບາດຂອງແຕ່ລະຂະແໜງການຢ່າງຕັ້ງໜ້າ,ກວດກາຊອກຮູ້ແຫຼ່ງຜະລິດ, ການເຄື່ອນຍ້າຍ, ການຊື້-ຂາຍ ແລະ ການເສບ ເພື່ອນໍາມາປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ລະເມີດຢ່າງເໝາະສົມ.

ພິທີທໍາລາຍຢາເສບຕິດໃນຄັ້ງນີ້ຄະນະຮັບຜິດຊອບ ໄດ້ນໍາເອົາຂອງກາງປະເພດຢາເສບຕິດມາຈູດທໍາລາຍ ມີຢາເສບຕິດປະເພດຢາບ້າ ຈໍານວນ 1 ແສນ 6 ພັນ 783 ເມັດ,ມີນໍ້າໜັກເທົ່າກັບ 10 ກິໂລ 678 ກະກຣາມ ,ຢາເສບຕິດປະເພດ ເຮໂຣອິນ ຈໍານວນ 10 ແທ່ງ ມີນໍ້າໜັກເທົ່າກັບ 3,5 ກິໂລກະກຣາມ, ຢາເສບຕິດປະເພດ ຢາຝີ່ນ ມີນໍ້າໜັກ 5 ກິໂລ 228 ກະກຣາມ, ຢາເສບຕິດທີ່ນໍາມາທໍາລາຍໃນຄັ້ງນີ້ແມ່ນໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ,ພາກສ່ວນກ່ຽວຂ້ອງ ເຊີ່ງໄດ້ດໍາເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ຕາມການຕັກສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.
ໂອກາດນີ້ຍັງໄດ້ມອບອຸປະກອນກິລາໃຫ້ກັບ 3 ໂຮງຮຽນຕົວແບບປອດສີ່ງເສບ
ຕິດຄື: ໂຮງຮຽນ ມໍ ຕົ້ນ ທົ່ງອົ້ມ, ມໍ ຕົ້ນ ທົ່ງໄຈ້ເໜືອ ແລະ ໂຮງຮຽນມໍ ຕົ້ນ ນໍ້າແງ້ນ .

ບົດຄວາມຫຼ້າສຸດ

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...