spot_img
Homeຂ່າວຕ່າງປະເທດຫຼາຍພື້ນທີ່ໃນຫວຽດນາມກຳລັງຂາດແຄນນ້ຳມັນ

ຫຼາຍພື້ນທີ່ໃນຫວຽດນາມກຳລັງຂາດແຄນນ້ຳມັນ

Published on

ຫຼາຍພື້ນທີ່ໃນຫວຽດນາມຂາດແຄນນ້ຳມັນ ຈຶ່ງເຮັດໃຫ້ປະຊາຊົນຈຳນວນຫຼາຍໄດ້ພາກັນຕໍ່ແຖວຍາວເພື່ອຈະເຕີມນ້ຳມັນ.

ສຳນັກຂ່າວຈາກ ຫວຽດນາມ ໄດ້ລາຍງານວ່າ: ໃນຊ່ວງຕອນແລງຂອງວັນທີ 11 ຕຸລາ 2022 ໄດ້ມີປະຊາຊົນຈຳນວນຫຼາຍແຫ່ກັນໄປເຕີມນ້ຳມັນຍ້ອນວ່າປະຊາຊົນຢ້ານຂາດແຄນນ້ຳມັນ ການສັນຈອນກໍຕິດຂັດຢ່າງໜັກ ເຮັດໃຫ້ຫວຽດນາມມີທ່າທາງຈະຮ້າຍແຮງຂຶ້ນ ແລະ ຈາກປາກົດການປະຊາຊົນໄດ້ແຫ່ກັນເຕີມນ້ຳມັນຈຳນວນຫຼາຍ ເຮັດໃຫ້ຫຼາຍປໍ້າຕ້ອງໄດ້ກຳນົດການເຕີມນ້ຳມັນ ລົດຈັກໃສ່ໄດ້ແຕ່ 20.000 ດົງ ຫຼື ປະມານ 14.000 ກີບ/ຄັນ.

ປະຊາຊົນໃນຫວຽດນາມ ໂດຍສະເພາະໃນ ນະຄອນໂຮ່ຈີມິນ ແລະ ໂຮ່ຍອານ ໄດ້ອອກມາເວັ້າວ່າ ປ້ຳນ້ຳມັນຫຼາຍແຫ່ງໄດ້ຂາດແຄນນ້ຳມັນຢ່າງໜັກໜ່ວງ ບາງບ່ອນກໍບໍ່ສາມາດຫາຈຸດເຕີມນ້ຳມັນໄດ້.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...