ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເວົ້າວ່າ: ນັບແຕ່ມື້ເລີ່ມຕົ້ນເກັບກູ້ລະເບີດແຕ່ປີ 1996 ຈົນຮອດປັດຈຸບັນ ສາມາດຈັດຕັງປະຕິບັດໄດ້ພຽງແຕ່ 1 ເປີເຊັນ ເທົ່ານັ້ນ ແລະ ຍັງອີກ 99% ຖ້າທຽບໃສ່ພື້ນທີ່ໆໄດ້ຮັບຜົນກະທົບ ພວກເຮົາໄດ້ວິເຄາະຢູ່ ສປປ ລາວ ແມ່ນ 87 ພັນກິໂລຕາແມັດ ແລະ ພວກເຮົາໄດ້ສະເລ່ຍໃສ່ຈຳນວນປີ ຍັງອີກ 1.860 ປີ ຈຶ່ງສາມາດບັນລຸການສຳຫຼວດກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ທັງໝົດ ເພາະວ່າຈຸດພິເສດຂອງວຽກງານເກັບກູ້ລະເບີດ ຫຼື ວ່າການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ມັນຈະແຕກຕ່າງກັບປະເທດອື່ນ ເພາະວ່າຈຸດພິເສດຂອງປະເທດເຮົາແມ່ນມີພູຜ່າປ່າດົງ ການເກັບກູ້ລະເບີດຕ້ອງໄດ້ເອົາໃຈໃສ່ ໃຊ້ເຕັກນິກ ແລະ ທຶນຮອນ ເມື່ອທຽບໃສ່ຜົນສຳເລັດທີ່ຜ່ານມາແມ່ນມີຄວາມທ້າທາຍຫຼາຍ ແລະ ໃນແຕ່ລະປີເຮັດໃຫ້ປະຊາຊົນເກີດອຸບັດເຫດ ຊຶ່ງປີ 2021 ແມ່ນມີຜູ້ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກທັງໝົດ 63 ຄົນ.
ໃນການຄຸ້ມຄອງການຕິດຕາມອຳນວຍຄວາມສະດວກໃນການເຄື່ອນໄຫວ ການແກ້ໄຂບັນຫາລະເບີດບໍ່ທັນແຕກເຊັ່ນ: ການໂຄສະນາສຶກສາຄວາມສ່ຽງໄພ ການສຳຫຼວດການກວດກູ້ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຄຽງຄູ່ກັນນັ້ນຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ທຸກອົງການທີ່ປະຕິບັດງານທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງທີ່ຈະແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອເປັນການພັດທະນາເສດຖະກິດ-ສັງຄົມ ການຈັດຕັ້ງປະຕິບັດຕົວຈິງ ຂອງອົງການປະຕິບັດງານເຄື່ອນໄຫວຢູ ສປປ ລາວ ຊຶ່ງພວກເຮົາໄດ້ຜັດປ່ຽນໄປເປັນແຕ່ລະແຂວງ ສຳລັບປີນີ້ພວກເຮົາໄດ້ເລືອກເອົາແຂວງສາລະວັນ ຊຶ່ງເປັນແຂວງທີ່ລະເບີດຕົກຄ້າງເປັນອັນດັບ 4 ຂອງປະເທດ.
ແຫຼ່ງຂ່າວ: ໜັງສືພິມປະຊາຊົນ