spot_img
Homeຂ່າວພາຍ​ໃນຮອງປະທານປະເທດ ເຊັນປຶ້ມໄຫວ້ອາໄລ

ຮອງປະທານປະເທດ ເຊັນປຶ້ມໄຫວ້ອາໄລ

Published on

ໃນວັນທີ 12 ກັນຍາ 2022, ທີ່ສະຖານເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າເຊັນປຶ້ມໄຫວ້ອາໄລ ຕໍ່ການເສຍຊີວິດຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:

“ພວກຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກັນຍາ 2022. ໃນນາມຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກຈາກໃຈຈິງ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສະ ຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຕະຫລອດເຖິງ ສົມເດັດພຣະບໍຣົມ ວົງສານຸວົງທຸກພຣະອົງ ສຳລັບການສູນເສຍອັນຍິ່ງໃຫ່ຍ ໃນຄັ້ງນີ້.

ພຣະຣາຊິນີ ເອລິຊາເບັດ ທີ II ເປັນປະມຸກລັດ ທີ່ແສນເຄົາລົບຮັກ ທັງເປັນຜູ້ນຳເພດຍິງ ທີ່ເປັນແບບຢ່າງທີ່ດີເລີດ ໃຫ້ບັນດາການນຳເພດຍິງໃຫ້ທົ່ວໂລກ ທີ່ໄດ້ອຸທິດຊີວິດຕົນເອງ ເພື່ອຮັບໃຊ້ປະຊາຊົນອັງກິດ ແລະ ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ ຕະຫລອດໄລຍະ 70 ປີ ທີ່ພຣະອົງ ຄອງຣາຊະບັນລັງ ແລະ ຍັງໄດ້ປະກອບສ່ວນອັນສໍາຄັນ ໃຫ້ແກ່ການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.

ຂໍໃຫ້ດວງວິນຍານ ຂອງ ສົມເດັດ ພຣະຣາຊີນີ ເອລິຊາເບັດ ທີ II ຈົ່ງໄປສູ່ສຸຂະຕິ.

ທີ່ມາ:ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...