spot_img
Homeຂ່າວຕ່າງປະເທດເຮືອບັນທຸກເຮືອບິນລຳທຳອິດທີ່ອິນເດຍຜະລິດເອງຖືກສົ່ງເຂົ້າປະຈຳການແລ້ວ

ເຮືອບັນທຸກເຮືອບິນລຳທຳອິດທີ່ອິນເດຍຜະລິດເອງຖືກສົ່ງເຂົ້າປະຈຳການແລ້ວ

Published on

ເຮືອບັນທຸກເຮືອບິນ ວິກຣານ (Vikrant) ເປັນເຮືອທີ່ອິນເດຍຜະລິດເອງເປັນລຳທຳອິດ ຖືກສົ່ງອອກໄປປະຈຳການໃນວັນ ສຸກ ທີ 2 ກັນຍາ ທີ່ຜ່ານມານີ້ ໃນຄວາມພະຍາຍາມຂອງລັດຖະບານນິວເດລີ ທີ່ຈະເສີມອຳນາດກອງທັບເຮືອຂະໜາດໃຫຍ່ຂອງ ຈີນ ລວມໄປເຖິງຍົກລະດັບອຸດສາຫະກຳຕໍ່ເຮືອ.

ໄອເອັນເອສ “ວິກຣານ” ເຊິ່ງມາຈາກພາສາສັນສະກິດ ແປວ່າ “ມີພະລັງ” ຫຼື “ແຮງກ້າ” ເປັນເຮືອບັນທຸກເຮືອບິນລຳທີ 2 ທີ່ສົ່ງປະຈຳການໃນກອງທັບອິນເດຍ ຕາມຫຼັງຈາກເຮືອ ໄອເອສເອັນ ວິກຣາມາດິຢາ  (INS Vikramaditya) ເຊິ່ງເປັນເຮືອບັນທຸກເຮືອບິນຍຸກໂຊຫວຽດ ທີ່ອິນເດຍຊື້ມາຕໍ່ຈາກຣັດເຊຍໃນປີ 2004 ເພື່ອໃຊ້ສຳລັບລາດຕະເວນເພື່ອປ້ອງກັນນ່ານນ້ຳແຖບມະຫາສະໝຸດອິນເດຍ ແລະ ອ່າງເບັງກໍ.

ທ່ານນາຍົກລັດຖະມົນຕີ ນະເຣນທຣາ ໂມດີ ເປັນປະທານໃນພິທີເພື່ອສົ່ງເຮືອ ວິກຣານ ປະຈຳການ ເຊິ່ງກົງກັບຊ່ວງຄົບຮອບ 75 ປີ ທີ່ອິນເດຍໄດ້ຮັບເອກະລາດຈາກອັງກິດ, ທ່ານໄດ້ເນັ້ນຍ້ຳວ່າ ເຮືອບັນທຸກເຮືອບິນລຳໃໝ່ນີ້ ນອກຈາກຈະເພີ່ມທະວີຄວາມເຂັ້ມແຂງໃນການປ້ອງກັນແນວທະເລໃຫ້ກັບອິນເດຍແລ້ວ ຍັງສະແດງໃຫ້ເຫັນວ່າ ອິນເດຍໄດ້ກ້າວມາເປັນໜຶ່ງໃນປະເທດທີ່ມີທ່າແຮງການຜະລິດເຮືອບັນທຸກເຮືອບິນສໍາລັບການນໍາໃຊ້ເອງ.

ເຮືອ ວິກຣານ (Vikrant) ຍາວ 262 ແມັດ ຖືກອອກແບບໂດຍ ກອງທັບເຮືອອິນເດຍ ແລະ ຜະລິດຂຶ້ນທີ່ ອູ່ເຮືອໂຄຊິນ (Cochin) ທາງຕອນໃຕ້ຂອງປະເທດ ເຊິ່ງເປັນເຮືອຮົບທີ່ໃຫຍ່ທີ່ສຸດທີ່ອິນເດຍເຄີຍສ້າງມາ ໂດຍສາມາດບັນທຸກລູກເຮືອໄດ້ 1.600 ລວມເຖິງເຮືອບິນ ແລະ ເຮລິຄັອບເຕີອີກ 30 ລຳ.

ໂດຍເຮືອລຳນີ້ ໄດ້ສຳເລັດຊ້າໄປ 6 ປີ ສົ່ງຜົນໃຫ້ຕົ້ນທຶນໃນການຜະລິດເພີ່ມຂຶ້ນເປັນ 6 ເທົ່າ ໂດຍປະມານ 2.500 ລ້ານໂດລາສະຫະລັດໃນປັດຈຸບັນ.

ທັ້ງນີ້ ກອງທັບອິນເດຍກຽມການທົດລອງນຳຝູງບິນຂັບໄລ່ MiG-29K ຂຶ້ນ ແລະ ຈອດເທິງເຮືອ ວິກຣານ ແລະ ຄາດວ່າເຮືອບັນທຸກເຮືອບິນລຳນີ້ ຈະ​ສາມາດ​ປະຕິບັດ​ການ​ໃນ​ທ້າຍ​ປີ 2023.

ນອກຈາກນີ້ ອິນເດຍຍັງມີແຜນທີ່ຈະນຳເຮືອບິນຮົບຫຼາຍລຸ່ນເຂົ້າໄປປະຈຳການ ເທິງເຮືອຮົບ ວິກຣານ ໃນຈຳນວນນີ້ລວມເຖິງເຮືອບິນຂັບໄລ່ Rafale-M ແລະ  F/A-18 Block III Super Hornet.

ແຫຼ່ງຂ່າວຈາກ AP

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...