spot_img
Homeຂ່າວຕ່າງປະເທດອີຣານນ້ຳຖ້ວມໜັກ ຈົນດິນເຈື່ອນ ຕາຍຢ່າງໜ້ອຍ 69 ຄົນ

ອີຣານນ້ຳຖ້ວມໜັກ ຈົນດິນເຈື່ອນ ຕາຍຢ່າງໜ້ອຍ 69 ຄົນ

Published on

ເກີດນ້ຳຖ້ວມກະທັນຫັນ ແລະ ມີດິນເຈື່ອນ ໃນກຸງເຕຫະຣານ ແລະ ອີກ 20 ແຂວງຂອງອີຣານ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 69 ຄົນ ແລະ ສູນຫາຍອີກ 45 ຄົນ.

 

 

ໃນວັນທີ 31 ກໍລະກົດ ສຳນັກຂ່າວ ອັລຈາຊີລາ ລາຍງານວ່າ ເກີດນ້ຳຖ້ວມກະທັນຫັນ ແລະ ມີດິນເຈື່ອນ ໃນກຸງເຕຫະຣານ ແລະ ອີກ 20 ແຂວງຂອງອີຣານ ໂດຍກະແສນ້ຳໄດ້ໄຫຼເຂົ້າມາຖ້ວມບ້ານເຮືອນຂອງປະຊາຊົນໃນຫຼາຍໆເຂດຂອງຕອນໃຕ້ຂອງປະເທດ ມີປະຊາຊົນທີ່ຕິດຢູ່ໃນລົດ ແລະ ເຮືອນເປັນຈຳນວນຫຼາຍ.

ຫຼັງຈາກທີ່ຝົນຕົກໜັກ ຈົນເຮັດໃຫ້ຄົນເສຍຊີວິດແລ້ວ 69 ຄົນ ແລະ ຍັງມີປະຊາຊົນສູນຫາຍອີກ 45 ຄົນ ແລະ ຍັງສ້າງຄວາມເສຍຫາຍໃຫ້ແກ່ບ້ານເຮືອນຂອງປະຊາຊົນຫຼາຍຫວ່າ 20.000 ຫຼັງ.

ຂະນະດຽວກັນ ສະໜາມບິນຫຼາຍໆແຫ່ງໄດ້ຖືກປິດໃຫ້ບໍລິການ ແລະ ທາງຫຼວງສາຍສຳຄັນຫຼາຍສາຍກໍ່ໄດ້ປິດເສັ້ນທາງຊົ່ວຄາວ, ທາງອີຣານຍັງໄດ້ເຕືອນໃຫ້ປະຊາຊົນຫຼາຍພັນຄົນ ຕ້ອງໄດ້ອົບພະຍົບອອກ ຍ້ອນກົມອຸຕຸໄດ້ແຈ້ງເຕືອນວ່າ ຫຼາຍໆແຂວງຈະມີຝົນຕົກໜັກຕໍ່ເນື່ອງອີກຫຼາຍມື້.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...