spot_img
Homeຂ່າວຕ່າງປະເທດມຽນມາຂໍຄວາມຊ່ວຍເຫຼືອດ້ານພະລັງງານນິວເຄຼຍຈາກຣັດເຊຍ

ມຽນມາຂໍຄວາມຊ່ວຍເຫຼືອດ້ານພະລັງງານນິວເຄຼຍຈາກຣັດເຊຍ

Published on

ອ້າງອີງຈາກ NIKKEI Asia ໄດ້ລາຍງານວ່າ: ມຽນມາ ກຳລັງສະແຫວງຫາຄວາມຮ່ວມມືທາງດ້ານເສດຖະກິດກັບຣັດເຊຍ ລວມເຖິງດ້ານພະລັງງານນິວເຄຼຍ ເນື່ອງຈາກມາດຕະການຂວ່ຳບາດຂອງອາເມຣິກາ ແລະ ສະຫະພາບເອີຣົບ.

ໃນວັນທີ 11 ກໍລະກົດ ທີ່ຜ່ານມາ ທ່ານ Min Aung Hlaing ຜູ້ນຳຂອງມຽນມາ​ໄດ້​ພົບ​ປະ​ກັບ​ທ່ານ Alexey Likhachev ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ພະ​ລັງ​ງານ​ Rosatom ຂອງ​ຣັດ​ເຊຍ ເຊິ່ງໄດ້ມີການປະຊຸມ ເລື່ອງບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານ ການ​ພັດທະນາ​ພະລັງງານ​ນິວ​ເຄຼຍຂອງ​ມຽນມາ.

​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ລັດຖະມົນຕີ​ກະຊວງພະລັງງານ​ມຽນມາ ທ່ານ Thaung Han ກໍ​ໄດ້​ພົບ​ປະ​ກັບ​ ທ່ານ Likhachev
​ເຊິ່ງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຂະ​ແໜງ​ໄຟຟ້າ​ຂອງ​ມຽນມາ.

ຣັດ​ເຊຍ​ໄດ້​ຕົກ​ລົງ​ທີ່​ຈະ​ສ້າງ​ ເຕົາ​ປະຕິ​ກອນນິວ​ເຄຼຍຂະໜາດ​ນ້ອຍ ​ຢູ່​ມຽນມາ 2007, ແຕ່ການ​ກໍ່​ສ້າງ​ບໍ່​ໄດ້ມີຄວາມຄືບໜ້າ ໃນ​ໄລ​ຍະ​ການ​ຊຸກ​ຍູ້​ຈາກ​ອາເມຣິກາ​ ແລະ ​ປະເທດອື່ນໆ​. ນັບ​ແຕ່​ນັ້ນ​ມາ ມຽນມາ​ໄດ້​ສະ​ແດງ​ເຖິງການທີ່​ບໍ່​ແຜ່​ຂະຫຍາຍ​ນິວ​ເຄຼຍ ແລ້ວໄດ້ລົງນາມສົນ​ທິ​ສັນ​ຍາ​ຫ້າມ​ທົດ​ລອງ​ນິວ​ເຄຼຍ​ຮອບ​ດ້ານ​ໃນ​ປີ 2016, ພາຍ​ໃຕ້​ປະ​ຊາ​ທິ​ປະ​ໄຕ ລັດຖະບານ​ເລືອກ​ຕັ້ງ​ໂດຍ​ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ Aung San Suu Kyi.

ການ​ເດີນ​ທາງໄປ​​ຣັດ​ເຊຍເມື່ອ​ບໍ່​ດົນ​ມາ​ນີ້​ເປັນ​ຄັ້ງ​ທີ​ສອງ​ ຂອງ​ທ່ານ Min Aung Hlaing ນັບ​ແຕ່​ປະ​ເທດ​ມຽນ​ມາ ມີທະຫານເຂົ້າຄວບຄຸມລັດຖະບານ ໃນເດືອນກຸມພາ 2021. ທ່ານ Min Aung Hlaing ​ຍັງໄດ້​ພົບ​ປະ​ກັບອົງກອນອາວະກາດຂອງຣັດເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານການທະຫານ ແລະ ການຊ້ອມຮົບໃນອະນາຄົດ ກັບ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມສະຫງົບຂອງປະ​ເທດຣັດ​ເຊຍ.

ມຽນມາ ສົ່ງ​ເຈົ້າ​ໜ້າ​ທີ່ 5 ຄົນ ທີ່​ຮັບຜິດຊອບ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຣັດ​ເຊຍ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ, ຍ້ອນສະແຫວງຫາການ​ຮ່ວມ​ມື​​ ເພື່ອຫຼຸດ​ຜ່ອນ​ຄວາມ​ຫຍຸ້ງຍາກທາງດ້ານເສດຖະກິດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມຽນມາ ແລະ ຣັດເຊຍ ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ທັດສະນະ​ຄະຕິ​ລະຫວ່າງສອງປະເທດນີ້.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...