spot_img
Homeຂ່າວຕ່າງປະເທດການາຢືນຢັນການເສຍຊີວິດ 2 ຄົນຈາກໄວຣັສມາເບິກ

ການາຢືນຢັນການເສຍຊີວິດ 2 ຄົນຈາກໄວຣັສມາເບິກ

Published on

ເຈົ້າໜ້າທີ່ກະຊວງສາທາລະນະສຸກການາ ຢືນຢັນການພົບເຊື້ອໄວຣັສມາເບິກ 2 ຄົນທຳອິດ ເຊິ່ງເປັນພະຍາດຕິດຕໍ່ໃນຕະກູນດຽວກັບໄວຣັສທີ່ເຮັດໃຫ້ເກີດອີໂບລາ.

ໂດຍລະບຸວ່າທັງ 2 ຄົນທີ່ຕິດເຊື້ອນັ້ນໄດ້ເສຍຊີວິດແລ້ວ ໃນໂຮງໝໍເຂດອາຊານຕິ ທາງພາກໃຕ້ຂອງປະເທດການາ ຜົນຕົວຢ່າງເຊື້ອພະຍາດຖືກສົ່ງໄປກວດສອບ ໄດ້ຮັບການຢືນຢັນຈາກຫ້ອງປະຕິບັດການໃນເຊເນກັລ ວ່າມີຜົນເປັນບວກໃນຕົ້ນເດືອນນີ້ ເຈົ້າໜ້າທີ່ກະຊວງສາທາລະນະສຸກການາ ກ່າວວ່າ ຂະນະນີ້ມີຜູ້ສົງໄສທີ່ຄາດວ່າຈະຕິດເຊື້ອມີ 98 ຄົນ ໄດ້ຖືກກັກຕົວແລ້ວ.

ທັ້ງນີ້ ໄວຣັສມາເບິກ ເປັນໄວຣັສທີ່ຍັງບໍ່ມີວິທີຮັກສາ ແຕ່ແພດກ່າວວ່າການດື່ມນ້ຳໃນປະລິມານຫຼາຍ ຈະຊ່ວຍເພີ່ມໂອກາດໃນການມີຊີວິດລອດ.

ຄາດວ່າພາຫະຂອງໄສຣັສມາເບິກແມ່ນໂຕເຈຍ ແລະ ແຜ່ກະຈາຍລະຫວ່າງຄົນ ຜ່ານທາດແຫຼວໃນຮ່າງກາຍຂອງຄົນ, ຜູ້ທີ່ມີເຊື້ອຈະມີອາການເຈັບປ່ວຍຮຸນແຮງ ແລະ ອາດເຮັດໃຫ້ເສຍຊີວິດ ໂດຍມີອາການຕ່າງໆເຊັ່ນ ເຈັບຫົວ ເປັນໄຂ້ ປວດກ້າມເນື້ອ ຫາກເປັນເລືອດ ແລະ ມີເລືອດອອກ.

ຈາກການລະບາດໃນເທື່ອກ່ອນຂອງໄວຣັສມາເບີກແມ່ນຢູ່ທີ່ປະເທດແອງໂກລາ ສາທາລະນະລັດປະຊາທິປະໄຕຄອງໂກ ເຄນຍາ ອາຟຣິກາໃຕ້ ແລະ ຢູກັນດາ, ໂດຍການລະບາດຂອງໄວຣັສນີ້ເກີດຂຶ້ນທຳອິດຢູ່ເຢຍລະມັນ ເກີດຂຶ້ນໃນປີ 1967 ມີຄົນເສຍຊີວິດ 7 ຄົນ.

ໄວຣັສດັ່ງກ່າວໄດ້ຂ້າຊີວິດຜູ້ຄົນຫຼາຍກວ່າ 200 ຄົນໃນແອງໂກລາໃນປິ 2005 ເຊິ່ງເປັນການລະບາດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ ຕາມການລາຍງານຂອງໜ່ວຍງານດ້ານສຸຂະພາບທົ່ວໂລກ.

ແຫຼ່ງຂ່າວຈາກ ABC Australia News

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...