spot_img
Homeຂ່າວພາຍ​ໃນເຊກອງ-ນະຄອນດານັງ ເຊັນບົດບັນທຶກແຜນການຮ່ວມມື 2023-2027

ເຊກອງ-ນະຄອນດານັງ ເຊັນບົດບັນທຶກແຜນການຮ່ວມມື 2023-2027

Published on

ໃນວັນທີ 4 ກໍລະກົດ 2022 ທີ່ຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລະເຊັນບົດບັນທຶກຊ່ວຍຈໍາແຜນການຮ່ວມມືໃນໄລຍະ 2023-2027 ລະຫວ່າງຄະນະຜູ້ແທນຂັ້ນສູງ ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ, ເຊິ່ງຝ່າຍແຂວງເຊກອງ ສປປ ລາວ ລົງນາມໂດຍທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງເຊກອງ ແລະ ຝ່າຍນະຄອນດານັງ ສສ ຫວຽດນາມ ລົງນາມໂດຍທ່ານ ໂຮ່ ກີ໋ ມິ່ງ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດານັງ. ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກປະຊາຊົນ ປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ແລະ ທ່ານ ຫງວ້ຽນ ວັນ ກວາງ ກໍາມະການສູນກາງພັກກອມມູຍນິດຫວຽດນາມ, ເລຂາພັກນະຄອນດານັງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນດານັງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມການນໍາທັງສອງແຂວງ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບຈຸດພິເສດ, ການນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ພາຍໃນແຂວງຂອງຕົນໃນໄລຍະຜ່ານມາໃຫ້ກັນ ແລະ ກັນໄດ້ຮັບຊາບ ແລະ ພ້ອມກັນສະເໜີແຜນການຮ່ວມມືໃນຕໍ່ໜ້າ ແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ໂດຍສະເພາະແຂວງເຊກອງ ກັບ ນະຄອນດານັງ ໃນໄລຍະປີ 2023-2027 ເຊິ່ງການຮ່ວມມືສອງຝ່າຍເຫັນດີບາງເນື້ອໃນຄື: ເຫັນດີສືບຕໍ່ສ້າງເງື່ອນໄຂໃຫ້ຄະນະຜູ້ແທນແຕ່ລະຂັ້ນ ໄດ້ພົບປະແລກປ່ຽນຄະນະຜູ້ແທນນໍາກັນເປັນປົກກະຕິ ແນໃສ່ເພີ່ມທະວີຄວາມເຂົ້າໃຈ, ພົບປະຖອດຖອນບົດຮຽນໃນຂົງເຂດວຽກງານການພັດທະນາເສດຖະກິດ-ສັງຄົມ, ວຽກງານສຶກສາ, ສາທາລະນະສຸກ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດນະຄອນດານັງ ມາສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການລົງທຶນຢູ່ແຂວງເຊກອງຕາມທ່າແຮງບົ່ມຊ້ອນຕົວຈິງ.

ແຕ່ລະປີນະຄອນດານັງຈະສືບຕໍ່ຊ່ວຍຮັບກໍ່ສ້າງຊັບພະຍາກອນມະນຸດໃຫ້ແຂວງເຊກອງ ໂດຍການໃຫ້ທຶນການສຶກສາຊ່ວຍເຫຼືອ 100% ປະລິນຍາຕີ 10 ທຶນ/ປີ, ປະລິນຍາໂທ 5 ທຶນ/ປີ, ປະລິນຍາເອກ 1 ທຶນ/ປີ; ໃຫ້ທຶນການສຶກສາ ທຶນສົມທົບ 50% ຊັ້ນປະລິນຍາຕີ 6 ທຶນ/ປີ, ປະລິນຍາໂທ 6 ທຶນ/ປີ; ໃຫ້ທຶນການສຶກສາຢູ່ວິທະຍາໄລສ້າງຄູດານັງແກ່ລູກຫຼານສະມາຄົມຊາວຫວຽດນາມຢູ່ແຂວງເຊກອງ (ທຶນຊ່ວຍເຫຼືອ 100%) 2 ທຶນ/ປີ ແລະ ຊ່ວຍເຫຼືອດ້ານອື່ນໆໃນຂົງເຂດການສຶກສາ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ.

ພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ. ໃນວັນທີ 20 ພຶດສະພາ 2025 ທີ່ຫໍວັດທະນະທຳໄກສອນພົມວິຫານ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ...

ຜູ້ເຊົ່າແກ້ເຜັດ! ຂ້າງຫ້ອງລັກລ້ຽງໝາ ສົ່ງສຽງດັງ ມີກິ່ນ ເຈີປ່ອຍງູໃຫຍ່ກາງຫ້ອງເຊົ່າເພື່ອເອົາຄືນ

ມິຕິໃໝ່ຂອງການເອົາຄືນ! ຖ້າເຈົ້າລ້ຽງໝາ ຂ້ອຍຈະລ້ຽງງູ. ເປັນອີກໜຶ່ງເລື່ອງລາວທີ່ເປັນກະແສຢູ່ທີ່ປະເທດໄທໃນຕອນນີ້ ເມື່ອມີຜູ້ໃຊ້ບັນຊີເຟສບຸກລາຍໜຶ່ງ ອອກມາໂພສໃນວັນທີ 19 ພຶດສະພາ 2025 ຜ່ານມາ, ພ້ອມພາບ ຄົນມາປ່ອຍງູໃຫຍ່ 2 ໂຕຢູ່ທາງຍ່າງຂອງຫ້ອງເຊົ່າແຫ່ງໜຶ່ງ ເຂດຣັດຊະດາ,...

ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ

ເຈົ້າໜ້າທີ່ກອງກວດກາປ່າໄມ້ ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ ຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ລົງກວດກາພົບເຫັນການລັກລອບຕັດໄມ້, ເລື່ອຍໄມ້ຢູ່ເຂດປ່າປ້ອງກັນແຫ່ງຊາດແຫຼ່ງນ້ຳເຟືອງ ແລະ ປ່າຜະລິດແຫ່ງຊາດຫ້ວຍສຽດແຕ່ບໍ່ພົບເຫັນຜູ້ກະທຳຜິດ ຈຶ່ງໄດ້ຢຶດ, ອາຍັດໄມ້ໄວ້, ປັດຈຸບັນເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນຍັງສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ສືບສວນ-ສອບສວນ ຊອກຫາເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມຂະບວນການຂອງກົດໝາຍ. ອີງຕາມຂໍ້ມູນຈາກກອງກວດກາປ່າໄມ້ແຂວງວຽງຈັນໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງ...

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19...