spot_img
Homeຂ່າວຕ່າງປະເທດຈີນຂະຫຍາຍວົງເງິນສິນເຊື້ອຈຳນວນ 3.06 ໝື່ນລ້ານຢວນເພື່ອສະໜັບສະໜູນການກະສິກຳຂອງປະເທດ

ຈີນຂະຫຍາຍວົງເງິນສິນເຊື້ອຈຳນວນ 3.06 ໝື່ນລ້ານຢວນເພື່ອສະໜັບສະໜູນການກະສິກຳຂອງປະເທດ

Published on

ທະນາຄານເພື່ອການພັດທະນາປະເທດຈີນ (CDB) ໜຶ່ງໃນທະນາຄານ ນະໂຍບາຍຂອງຈີນ ໄດ້ຂະຫຍາຍວົງເງິນສິນເຊື້ອຈຳນວນ 3.06 ໝື່ນລ້ານຢວນ ໃນຊ່ວງ 5 ເດືອນທຳອິດຂອງປີ ເພື່ອສະໜັບສະໜູນການກະສິກຳຂອງປະເທດ.

ໃນວັນທີ 8 ມິຖຸນາ ສຳນັກຂ່າວຊິນຫົວ ໄດ້ລາຍງານວ່າ: ທະນາຄານ ໄດ້ກ່າວວ່າ ສິນເຊື້ອດັ່ງກ່າວໄດ້ຖືກນຳໄປໃຊ້ໃນການກໍ່ສ້າງໂຄງສ້າງພື້ນຖານທາງກະສິກຳ, ອຸດສາຫະກຳເມັດພັນ ແລະ ອຸດສາຫະກຳໃນຊົນນະບົດ ພ້ອມໃຫ້ຄຳໝັ້ນວ່າ ຈະຍົກລະດັບການບໍລິການ ແລະ ຜະລິດຕະພັນທາງການເງິນໃຫ້ດີຍິ່ງຂຶ້ນ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານກະສິກຳທີ່ສຳຄັນຂອງປະເທດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...