spot_img
Homeຂ່າວຕ່າງປະເທດຫວຽດນາມ ພັດທະນາວັກຊີນອາຫິວາອາ​ຟຣິກາ​ ໃນໝູສຳເລັດ

ຫວຽດນາມ ພັດທະນາວັກຊີນອາຫິວາອາ​ຟຣິກາ​ ໃນໝູສຳເລັດ

Published on

ໃນວັນ​ທີ 2​ ມິຖຸນາ​ນີ້ ກະຊວງ​ ກະສິກຳ​ຂອງ​ຫວຽດນາມ ຖະ​ແຫລ​ງກ່ຽວ​ກັບ​ຄວາມ​ສຳ​ເລັດຂອງ​ການ​ພັດທະນາ ​ວັກ​ຊິນ ສຳລັບ​ສັກ​ໃຫ້​ແກ່​ໝູ ​ເພື່ອ​ເພີ່ມ​ປະ​ສິດ​ທິພາ​ບ​ໃຫ້​ກັບການ​ປ້ອງ​ກັນ​ ພະຍາດ ​ອະຫິວາອາ​ຟຣິກາ​ ໃນ​ໝູ (ASF) ​ແລະ ວາງ​ແຜນ​ ກຽມ​ຜະລິດ ​ໃນ​ຮູບ​ແບບ ​ການ​ຄ້າ​ສົ່ງ​ອອກ​ຕໍ່​ໄປ ຫລັງ​ຈາກ​ ຜ່ານ​ການ​ທົດ​ລອງ​ທາງ​ຄລີ​ນິກ 5 ຄັ້ງ ​ແລະ ສາມາດ ສ້າງ​ພູມ ​ຕ້ານທານ ​ໃຫ້​ໝູ ​ເປັນ​ເວລາ 6 ​ເດືອນ ມີ​ຄວາມ​ປອດ​ໄພ ​ແລະ ປະສິດທິພາບ ​ຂອງ​ວັກ​ຊິນ ​ໄດ້​ຮັບ​ການ​ ຮັບຮອງ ​ຕາມ​ມາດຕະຖານ​ ກະຊວງ ​ກະສິກຳ ຂອງ ສ.ອາ​ເມ​ລິ​ກາ​ແລ້ວ.

ປັດຈຸບັນ ຊີ້ນ​ໝູ​ ກວມ​ເອົາ​ ສ່ວນ​ແບ​ງ ຕະຫລາດ ປະມານ75% ຂອງ​ການ​ບໍລິ​ໂພ​ກ ຊີ້ນ​ສັດ ທັງ​ໝົດ ​ໃນ​ຫວຽດນາມ ຊຶ່ງ​ມີ​ ປະຊາກອນ ​ປະມານ 99 ລ້ານ​ຄົນ ​ແລະ ສ່ວນ​ໃຫຍ່ ​ໝູ​ລ້ຽງ​ໃນ​ຟາ​ມ 30 ລ້ານ​ໂຕ ​ເປັນ​ການ​ຜະລິດເພື່ອບໍລິ​ໂພ​ກ ​ໃນ​ປະ​ເທດ.

ສຳລັບໂລກອາຫິວາອາ​ຟຣິກາ ເປັນໜຶ່ງໃນໂລກລະບາດຮ້າຍແຮງໃນສັດ ທີ່ມີແຫຼ່ງກຳເນີດໃນອາ​ຟຣິກາ ກ່ອນແຜ່ລາມມາທະວີບເອີຣົບ ແລະ ອາຊຽນເຮັດໃຫ້ຕ້ອງມີການຂ້າາໝູຖິ້ມໄປເປັນຈຳນວນຫຼວງຫຼາຍ ແຕ່ພະຍາດນີ້ບໍ່ເປັນໄພອັນຕະລາຍຕໍ່ມະນຸດ ເຊິ່ງຫວຽດນາມພັບຕັ້ງທຳອິດໃນເດືອນ ກຸມພາໃນປີ 2019 ສົ່ງຜົນໃຫ້ຫວຽດນາມຕ້ອງຂ້າໝູຖິ້ມໄປ 20% ຂອງຈຳນວນໝູທັງມໝົດໃນປີນັ້ນ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...