ໂຄງການແລວທາງເສດຖະກິດໃໝ່ ເພື່ອການຊຸກຍູ້ ແລະ ສົ່ງເສີມທາງດ້ານການຄ້າ ແລະ ການເຕີບໂຕທາງດ້ານເສດຖະກິດໃນຂົງເຂດພາກພື້ນ ໂດຍຜ່ານ ສປປ ລາວ

0
1270

ທີ່ນະຄອນຫຼວງວຽງຈັນວັນທີ 18 ພຶດສະພາ 2022 – ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ ຈຳນວນ 132 ລ້ານໂດລ້າສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ແລະການເຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project)ແນໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ.

ໂຄງການດັ່ງກ່າວ ແມ່ນຈະປະກອບສ່ວນເຂົ້າໃນການຈັດຕັ້ງ ແຜນແມ່ບົດໃນການເຊື່ອມຈອດ-ເຊື່ອມໂຍງຂອງ ອາຊຽນ (ASEAN) ດວ້ຍ ການຍົກລະດັບເສັ້ນທາງເລກ 2 (NR2), ເຊິ່ງເປັນເສັ້ນທາງທີ່ເຊື່ອມຈອດລະຫວ່າງປະເທດໄທລາວ ແລະ ຫວຽດນາມ ຈາກທິດຕາເວັນອອກ – ຕາເວັນຕົກເພື່ອເຊື່ອມສານເຂົ້າກັບແລວເສດຖະກີດເໜືອ-ໃຕ້ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນອກຈາກນີ້ ໂຄງການຍັງຈະຊ່ວຍ ການພັດທະນາ ສີ່ງອຳນວຍຄວາມສະດວກທາງດ້ານໂລຂີດສະຕີກ ເຊັ່ນ ທ່າບົກ,  ຕະຫຼາດຊື້-ຂາຍສິນຄ້າ ສາງສິນຄ້າແລະ ສູນລວມສິນຄ້າຂອງຊາວກະສິກອນເພື່ອສົ່ງອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ການອອກແບບ ພື້້ນຖານໂຕງລ່າງນີ້ ຈະໄດ້ຕຳນືງເຖີງຄວາມຄົງທົນຕໍ່ຜົນກະທົບຈາກການປຽ່ນແປງຂອງສະພາບດີຟ້າ ອາກາດ ເຊັ່ນ ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນ.

ທ່ານ ອາເລັກສ໌ ເຄຼມເມີ, ຫົວໜ້າຫ້ອງການທະນາຄານໂລກແຫ່ງ ສປປ ລາວ ໄດ້ກ່າວວ່າ. ມັນມີຄວາມສຳຄັນຫລາຍທີ່ປະຊາຊົນຢູ່ທ້ອງຖີ່ນສາມາດເຂົ້້າເຖີງ ແລະ ນຳໃຊ້ການບໍລີການຈາກພື້ນຖານໂຄງລ່າງການຂົນສົ່ງຂະຫນາດໃຫຍ່ເພື່ອໃຫ້ໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດຕໍ່ເຂົາເຈົ້າ. ໂຄງການແລວທາງເສດຖະກິດນີ້ ບໍ່ພຽງແຕ່ຈະຊ່ວຍໃນການຍົກລະດັບເສັ້ນທາງໃນຂົງເຂດພາກພື້ນເທົ່ານັ້ນແຕ່ຍັງຈະຊ່ວຍເຫຼືອປະຊາຊົນໃນການຜະລິດສິນຄ້າ ແລະ ການເຂົ້າເຖິງຕະຫຼາດໄດ້ກວ້າງຂຶ້ນ.  

ເສັ້ນທາງເລກ 2 ທີ່ມີຄວາມຍາວປະມານ 300ກມ ແມ່ນເປັນສ່ວນນື່ງຂອງເສັ້ນທາງຫຼວງອາຊີເລກ 13 (Asian highway 13)ຊື່ງຈະເຊື່ອມດ່ານ ຫ້ວຍໂກນ-ນ້ຳເງິນ ທີ່ຊາຍແດນປະເທດໄທ ຫາ ດ່ານ ປາງຮົກ-ໄຕຢາງ ທີ່ຊາຍແດນປະເທດຫວຽດນາມ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊເຊິ່ງເປັນການສ້າງໂອກາດໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນລາວໄທ ແລະ ຫວຽດນາມ. ໂຄງການດັ່ງກ່າວຈະຊ່ວຍປັບປຸງ ແລະ ຂະຫຍາຍຫນ້າທາງ ທາງເລກ 2 ເພື່ອໃຫ້ໄດ້ມາດຕະຖານຂອງເສັ້ນທາງຫຼວງ ອາຊີ (Asian highway)ພ້ອມທັງ ໃຫ້ມີຄວາມປອດໄພ ແລະ ຄົງທົນຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ.

ນອກຈາກນັ້ນໂຄງການຍັງຈະຊ່ວຍປັບປູງບັນດາເສັ້ນທາງທ້ອງຖິ່ນໃນແຂວງ ຫຼວງນ້ຳທາຫຼວງພະບາງອຸດົມໄຊຜົ້ງສາລີ ແລະ ໄຊຍະບູລີ,ປັບປຸງ ດ່ານຊາຍແດນແລະ ສີ່ງອຳນວຍຄວາມສະດວກໃນການຂ້າມດ່ານ – ເຊິ່ງປະກອບມີການນຳໃຊ້ລະບົບດິຈິຕອລ ເຂົ້າໃນການຄູ້ມຄອງດ່ານຢ່າງມີປະສິດທິພາບ, ເສີມສ້າງຄວາມອາດສາມາດຂອງອົງກອນ ແລະ ລະບຽບການຕ່າງໆຂອງພາກສ່ວນການຄ້າກະສິກຳ, ການຂົນສົ່ງຫລາຍຮູບແບບແລະ ການວາງແຜນການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ.  

ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການແນ່ໃສ່ສົ່ງເສີມຄວາມສາມາດຂອງຜູ້ຜະລີດກະສຳກຳຂະຫນາດນ້ອຍ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂື້ນ ແລະ ສາມາດຊື້-ຂາຍຜ່ານເຄືອຄ່າຍການຂົນສົ່ງແຫ່ງໃໝ່ນີ້ມ ຊື່ງມັນຈະເປັນການນຳໃຊ້ປະໂຫຍດສູງສຸດຈາກການເຊື່ອມໂຍງໃນພາກພື້ນໄດ້. ພ້ອມດຽວກັນນີ້ທາງທີມງານຂອງໂຄງການຍັງຈະໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບບັນຫາການຄ້າມະນຸດ; ພະຍາດຕິດຕໍ່ການຂັບຂີ່ປອດໄພການກົດຂີ່ຂົ່ມເຫັງ ແລະ ການລ່ວງລະເມີດທາງເພດ.

ໂຄງການດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດຜ່ານ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນກະຊວງການເງິນກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນແລະ ກະຊວງອຸດສາຫະກຳ ແລະ ການຄ້າ. ນອກຈາກນີ້ລັດຖະບານອົສຕາລີ້ຍັງຈະໄດ້ສົມທົບທຶນເພີ່ມເຕີມເປັນຈຳນວນ 10 ລ້ານໂດລ້າອົສຕາລີ້. ການຈັດຕັ້ງປະຕີບັດໂຄງການດັ່ງກ່າວນີ້ ຄາດວ່າຈະສຳເລັດພາຍໃນເດືອນ ພຶດສະພາ 2028.