spot_img
Homeຂ່າວພາຍ​ໃນບັນຫາທີ່ສົ່ງຜົນກະທົບ ໃຫ້ອັດຕາແລກປ່ຽນເໜັງຕີງຢ່າງຮຸນແຮງ ໃນ ສປປ ລາວ

ບັນຫາທີ່ສົ່ງຜົນກະທົບ ໃຫ້ອັດຕາແລກປ່ຽນເໜັງຕີງຢ່າງຮຸນແຮງ ໃນ ສປປ ລາວ

Published on

ໃນວັນທີ 18 ພຶດສະພາ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງວ່າ: ບາງບັນຫາທີ່ສົ່ງຜົນກະທົບເຮັດໃຫ້ອັດຕາແລກປ່ຽນຢູ່ ສປປ ລາວ ມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງລະບົບທະນາຄານ ແລະ ຂອງຕະຫລາດນອກລະບົບ ແມ່ນຍ້ອນສະຕິຕໍ່ກົດໝາຍ ຂອງບຸກຄົນ; ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຍັງບໍ່ເຂັ້ມງວດ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດ ບໍ່ທັນເຂົ້າມາປະເທດ ຕາມລະບຽບການ.

ພ້ອມກັນນີ້, ຍັງມີການເຄື່ອນໄຫວທຸລະກໍາເງິນຕາຕ່າງປະເທດ ລວມທັງການແລກປ່ຽນເງິນຕາ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເງິນຕາ ເຂົ້າສູ່ລະບົບທະນາຄານໜ້ອຍ ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຫຼຸດລົງ ໃນສະພາບທີ່ລາຄາສິນຄ້ານໍາເຂົ້າ ໄດ້ເພີ່ມຂຶ້ນສູງຫຼາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ.

ພື້ນຖານເສດຖະກິດຂອງລາວ ຍັງຕ້ອງ ການເວລາໃນການຟື້ນຕົວ ໃນການສ້າງຄວາມເຂັ້ມແຂງໃຫ້ຫຼາຍຂຶ້ນ ເພື່ອໃຫ້ປະເທດສະສົມລາຍຮັບ ທີ່ເປັນເງິນຕາຕ່າງປະເທດ ໃຫ້ສົມດຸນກັບລະດັບຄວາມຕ້ອງການໃນການຊໍາລະ ຄ່ານໍາເຂົ້າສິນຄ້າ-ການບໍລິການ ແລະ ຊໍາລະໜີ້ສິນ ໃຫ້ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ. ໄລຍະ 4 ເດືອນຕົ້ນປີ 2022 ເຖິງວ່າຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບ 589,66 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ ເກືອບ 50%, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ, ໃນຂະນະທີ່ 98% ຂອງມູນຄ່າການນໍາເຂົ້ານັ້ນ ໄດ້ມີການໂອນອອກຜ່ານລະບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານຫຼາຍກວ່າມີກະແສເງິນເຂົ້າປະເທດ ຜ່ານລະບົບທະນາຄານ ໃນລະດັບທີ່ຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາ ເຖິງ 143% ເຊິ່ງສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດ ໄດ້ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫຼາຍ, ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊໍາລະສະສາງກັບຕ່າງປະເທດ ຍັງສືບຕໍ່ຢູ່ໃນລະດັບສູງ.

ນອກຈາກນີ້, ຄວາມບໍ່ສົມດຸນລະຫວ່າງລະດັບຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດຢູ່ພາຍໃນປະເທດເຮົາ ທີ່ຍັງສືບຕໍ່ສູງຂຶ້ນ, ການປະຕິບັດລະບຽບກົດ ໝາຍຕິດພັນກັບການຄຸ້ມຄອງ ເງິນຕາຕ່າງປະເທດທີ່ບໍ່ທັນຮັດກຸມ; ການເໜັງຕີງຂອງຄ່າເງິນກີບ ຍັງໄດ້ຮັບຜົນກະທົບຫຼາຍຈາກຈິດຕະສາດ ຂອງປະຊາຊົນໃນສັງຄົມ ທີ່ກໍາລັງແຕກຕື່ນ ຍ້ອນມີຄວາມກັງວົນຫຼາຍເກີນເຫດ ຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນຕາແບບບໍ່ສອດຄ່ອງ ກັບລະບຽບກົດໝາຍໃນແຕ່ລະວັນ ທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດ ຕໍ່ຄວາມເປັນຊາດໃຫ້ຕໍ່າລົງ.

ປະກົດການດັ່ງກ່າວ, ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍ ເຮັດໃຫ້ສະພາບອັດຕາແລກປ່ຽນຂອງພວກເຮົາໃນໄລຍະທ້າຍເດືອນມີນາ-ເດືອນເມສາ ໄດ້ເໜັງຕີງແຮງ ໃນທິດທາງອ່ອນຄ່າຫຼາຍກວ່າລະດັບດຸນຍະພາບ ດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ. ພ້ອມນີ້, ການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ເກີນລະດັບທີ່ຄວນຈະເປັນ ຈະສົ່ງຜົນກະທົບຕໍ່ທຸກພາກສ່ວນໃນສັງຄົມ ທັງພາກລັດ ພາກສ່ວນເອກະຊົນ ເຊິ່ງສົ່ງຜົນໃຫ້ພັນທະໃນການຊໍາລະກັບຕ່າງປະເທດ ຂອງພວກເຮົາໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍລິການ, ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງພວກເຮົາທຸກຄົນໃນສັງຄົມ. ໃນຂະນະທີ່ລາຍຮັບຕໍ່ຫົວຄົນ ເມື່ອຄິດໄລ່ເປັນເງິນຕາຕ່າງປະເທດຈະຫຼຸດລົງ ສົ່ງຜົນກະທົບດ້ານລົບຕໍ່ສະຖານະພາບ ດ້ານການພັດທະນາເສດຖະກິດຂອງປະເທດ ແລະ ຊື່ສຽງຂອງຊາດ ໃນເວທີສາກົນ ເຖິງວ່າພວກເຮົາຈະບໍ່ສາມາດຄວບຄຸມປັດໄຈພາຍນອກປະເທດໄດ້ ແຕ່ທະນາຄານແຫ່ງ ສປປ ລາວ ເຊື່ອໝັ້ນວ່າ: ຖ້າພວກເຮົາທຸກຄົນ ທຸກພາກສ່ວນ ທຸກສາຍອາຊີບ ທັງພາກລັດ ແລະ ເອກະຊົນ ກໍາໄດ້ສະພາບຄວາມເປັນຈິງ ແລະ ຕັດສິນໃຈເປັນຈິດໜຶ່ງໃຈດຽວກັນ ຮ່ວມມືກັນແກ້ໄຂ, ເຊື່ອແນ່ວ່າພວກເຮົາຈະສາມາດຜ່ານຜ່າ ບັນຫາອັດຕາແລກປ່ຽນ ທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ໂດຍສະເພາະສະພາບການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງລະບົບທະນາຄານ ແລະ ອັດຕາແລກ ປ່ຽນຢູ່ນອກລະບົບໄດ້.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...