spot_img
Homeຂ່າວຕ່າງປະເທດ​ຊາຍໜຸ່ມ​​ຂັບລົດຕໍາຜູ້ຕ້ອງສົງໄສລັກໝາເຮັດໃຫ້ມີຜູ້​ເສຍ​ຊີວິດ​​ໜຶ່ງລາຍ

​ຊາຍໜຸ່ມ​​ຂັບລົດຕໍາຜູ້ຕ້ອງສົງໄສລັກໝາເຮັດໃຫ້ມີຜູ້​ເສຍ​ຊີວິດ​​ໜຶ່ງລາຍ

Published on

ສໍານັກຂ່າວ VnExpress International ລາຍງານວ່າ ເກີດເຫດການມີຊາຍ​ຄົນ​ໜຶ່ງ​ຂັບລົດໄປຕໍາຜູ້ຕ້ອງສົງໄສລັກໝາສອງຄົນ ​ຢູ່​ແຂວງ​ດັກ​ລັກທາງຕອນກາງຂອງໄຮແລນ ​ເຮັດ​ໃຫ້​ໜຶ່ງ​ໃນ​ນັ້ນມີຜູ້​ເສຍ​ຊີ​ວິດ.

ທ້າວ ແລຫວງແອງ ອາຍຸ 23 ປີ ແລະ ໝູ່ຂອງລາວອີກ 2 ຄົນ ຖືກຕຳຫຼວດນະຄອນດັກລັກ ຄວບຄຸມໂຕໃນວັນອັງຄານທີ່ຜ່ານມາ ເພື່ອລໍຖ້າການສືບສວນກ່ຽວກັບການຄາດຕະກຳດັ່ງກ່າວ.

ໃນວັນ​ທີ 23 ​ເມສາ​ ທ້າວ ແອງ ​ແລະ ໝູ່​ຂອງລາວ​ຢູ່​ຮ້ານ​ອາຫານ​ແຫ່ງ​ໜຶ່ງ ​ເມື່ອ​ພວກເຂົາເຫັນ ​ທ້າວ ດຸຍ ອາຍຸ 19 ປີ ​ແລະ ທ້າວ ລອງ ອາຍຸ 22 ປີ ​ຂີ່​ລົດຈັກ ​ໂດຍ​ມີ​​ຄົນຮ້ອງໃສ່​​ໃກ້​ໆ​​ວ່າ​ໝາ​ຖືກ​ລັກ. ທ້າວ ແອງ ເລີຍຕັດສິນໃຈຂີ່ລົດຈັກນໍາ. ທ້າວ ແອງ ໄດ້ຂີ່ລົດຕຳລົດຈັກຄັນດັ່ງກ່າວຈາກດ້ານຫຼັງ ເຮັດໃຫ້ ທ້າວ ດຸຍ ແລະ ທ້າວ ລອງ ເສຍຫຼັກ. ທ້າວ ດຸຍ ເສຍຊີວິດຢູ່ບ່ອນເກີດເຫດ ແລະ ທ້າວ ລອງ ໄດ້ຮັບບາດເຈັບ. ລົດຈັກກໍ່ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ.

ທ້າວ ລອງ ຍອມຮັບວ່າລາວ ແລະ ທ້າວ ດຸຍ ໄດ້ພະຍາຍາມລັກຫມາ ແລະ ແມວໃນຄືນນັ້ນ. ພວກເຂົາຖືກໄລ່ ແລະ ການເສຍຊີວິດໄດ້ເກີດຂື້ນຫລັງ​ຈາກທີ່ທັງ​ສອງ​​ສາມາດລັກ​ເອົາແມວໄດ້​ສາມ​ໂຕ. ທ່ານ ແອງ ກ່າວ​ວ່າ ລາວ​ເສຍ​ໃຈ​ທີ່​ການ​ກະທຳ​ຂອງ​ຕົນ​ໄດ້​ເຮັດ​ໃຫ້​ມີຄົນ​ເສຍ​ຊີວິດ​ໂດຍ​ບໍ່​ຕັ້ງ​ໃຈ. ລາວກ່າວວ່າ “ຂ້ອຍພຽງແຕ່ວາງແຜນທີ່ຈະຂີ່ລົດຕໍາພວກເຂົາ ເພື່ອເຮັດໃຫ້ຕໍາຫຼວດຈັບຜູ້ຕ້ອງສົງໄສດັ່ງກ່າວໄດ້, ຂ້ອຍບໍ່ໄດ້ຄາດຫວັງວ່າມັນຈະເປັນການຂ້າຄົນ.”

ຫວຽດນາມ​ບໍລິໂພກ​ໝາ​ປະມານ 5 ລ້ານ​ໂຕ​ຕໍ່​ປີ, ຮອງ​ຈາກ​ຈີນພຽງ 20 ລ້ານ​ໂຕເທົ່ານັ້ນ. ລາຍ​ງານ​ກ່າວວ່າ ໝາຈໍານວນ​ຫຼາຍ​ທີ່​ຖືກເສີບ​ໃນ​ຮ້ານ​ອາຫານ​ ເປັນສັດລ້ຽງທີ່ຖືກ​ລັກ​ເອົາ​​ໄປ​ຂາຍ​ໃຫ້​ໂຮງ​ຂ້າສັດຂະໜາດນ້ອຍທີ່ບໍ່ໄດ້ຮັບການຄວບຄຸມ. ການລັກໝາໄດ້ກາຍເປັນເລື່ອງປົກກະຕິທີ່ປະຊາຊົນຈໍານວນຫຼາຍຈະຫັນມາປ່ຽນຕົນເອງມາເປັນສານເຕ້ຍ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...