spot_img
Homeຂ່າວຄາດຕະກຳສອງມະຫາເສດຖີຣັດເຊຍ ຄາດຕະກຳຄອບຄົວຕົນເອງ

ສອງມະຫາເສດຖີຣັດເຊຍ ຄາດຕະກຳຄອບຄົວຕົນເອງ

Published on

ອີງຕາມການລາຍງານສື່ຕ່າງປະເທດລາຍງານ 2 ຄະດີຄາດຕະກຳມະຫາເສດຖີຊາວຣັດເຊຍໃນຊ່ວງເວລາໄລ່ເລ່ຍກັນໂດຍຄະດີທຳອິດໃນປະເທດແອັສປາຍສ່ວນອີກລາຍໜຶ່ງໃນຣັດເຊຍ ແລະ ເປັນອະດີດເຈົ້າໜ້າທີ່ໃນລັດຖະບານຣັດເຊຍ ພັນທະມິດຂອງປະທານາທິບໍດີ ປູຕິນ.

 

ສຳນັກຂ່າວ ມິເລີ ລາຍງານວັນທີ 21 ເມສານີ້ວ່າ: ທ້າວ ເຊຍເກີຍ ໂປໂຕເຊເນຍ ມະຫາເສດຖີຣັດເຊຍ ອາຍຸ 55 ປີ ໃຊ້ຂວານຟັນນາງ ນາຕາເລຍ (ພັນລະຍາ) ອາຍຸ 53 ປີ ແລະ ລູກສາວ ອາຍຸ 18 ປີ ກ່ອນທີ່ຈະປິດຊີບຕົນເອງ ໃນບໍລິເວນທີ່ພັກສ່ວນຕົວຢູ່ໃນເມືອງ ໂຍເລດ ເດມາ ແຄ້ວນ ກາຕາລຸນຍາ ສ່ວນລູກຊາຍອີກຄົນຢູ່ໃນຝຣັ່ງເສດໃນເວລານັ້ນ ກ່ອນຈະແຈ້ງເຈົ້າຫຼ້າທີ່ແຄ້ວນ ກາຕາລຸນຍາ ເມື່ອວັນທີ 19 ເມສາ ທີ່ຜ່ານມາຫຼັງບໍ່ສາມາດຕິດຕໍ່ຄອບຄົວຂອງຕົນເອງໄດ້.

ຫຼັງຈາກເຈົ້າໜ້າທີ່ເຂົ້າກວດສອບພາຍໃນບໍລິເວນທີ່ພັກກໍພົບ ທ້າວ ເຊຍເກີຍ ໂປໂຕເຊເນຍ ແຂວນຄໍເສຍຊີວິດຢູ່ໃນສວນ ຕໍ່ມາພົບພັນລະຍາ ແລະ ລູກສາວ ພາຍໃນທີ່ພັກດັ່ງກ່າວ ເຊິ່ງຕຳຫຼວດສັນນິຖານວ່າ ທ້າວ ເຊຍເກີຍ ໂປໂຕເຊເນຍ ໃຊ້ຂວານຟັນ ພັນລະຍາ-ລູກຕອນນອນຫຼັບ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ ແຕ່ເບື້ອງຕົ້ນບໍ່ພົບວ່າ ທ້າວ ເຊຍກີຍ ບໍ່ມີປັນຫາທາງດ້ານຄວາມຮຸນແຮງ.

ສ່ວນອີກຄະດີໜຶ່ງທີ່ເກີດຂຶ້ນໃນຣັດເຊຍ ສະກາຍນຶວ ລາຍງານໃນວັນທີ່ 20 ເມສາ ທີ່ຜ່ານມາວ່າ: ວາລະດີສະລາຟ ລາວາເຍຟ ອາຍຸ 51 ປີ ອະດີດເຈົ້າໜ້າທີ່ໃນລັດຖະບານຣັດເຊຍ  ແລະ ພັນທະມິດຂອງ ປະທານາທິບໍດີ ປູຕິນ ຖືກພົບເສຍຊີວິດຂ້າງ ນາງ ເຍເລນາ ພຫນລະຍາອາຍຸ 47 ປີ ແລະ ເຣຍ ລູກສາວອາຍຸ 13 ປີ ພາຍໃນອາພາດເມັ້ນສຸດຫຼູໃນເມືອງມອສໂກ

ສື່ມວນຊົນທ້ອງຖິ່ນລາຍງານວ່າ: ສົບໄດ້ຖືກພົບເຫັນເມື່ອ ວັນຈັນທີ18 ເມສາທີ່ຜ່ານມາ ທັງໝົດເສຍຊີວິດດ້ວຍບາດແຜກະສຸນປືນ ໃນອະພາດເມັ້ນມີຮ່ອງຮອຍຕໍ່ສູ້ຂັດຂືນ ແລະ ມີການພົບອາວຸດ 13 ກະບອກພາຍໃນອະພາດເມັ້ນຊັ້ນ 14 ໃນຈຳນວນມືປືນ 1 ກະບອກມືລາຍນິ້ວມືຂອງ ທ້າວ ລາວາເຍຟ

ລາຍງານເບື້ອງຕົ້ນ ຍິງຄອບຄົວກ່ອນຫັນປືນຍິງຕົນເອງ ຫຼ້າສຸດເຈົ້າໜ້າທີ່ກຳລັງລະຫວ່າງການແກ້ໄຂສາເຫດເຊິ່ງມີຫຼາຍສາເຫດ  ລວມເຖິງຂ່າວລື ທ້າວ ອາວາເຍຟ ຫຶງ ພັນລະຍາທີ່ຖືພາກັບຄົນຂັບລົດຂອງຕົນ ຂະນະທີ່ສາເຫດອັນໜຶ່ງອາດເປັນຍ້ອນທຸລະກິດຂອງ ທ້າວ ອາວາເຢຟ ໄດ້ຮັບກົດດັນທາງການເງິນອັນເປັນຜົນມາຈາກການຂວ້ຳບາດຂອງໍາດຕາເວັນຕົກຕໍຣັດເຊຍ.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...