spot_img
Homeຂ່າວຕ່າງປະເທດບໍລິສັດໂມເດີນາກຽມຍື່ນຂໍສັກຢາກັນພະຍາດໂຄວິດ-19 ສໍາລັບເດັກອາຍຸ 6 ເດືອນ ຫາ 5 ປີ

ບໍລິສັດໂມເດີນາກຽມຍື່ນຂໍສັກຢາກັນພະຍາດໂຄວິດ-19 ສໍາລັບເດັກອາຍຸ 6 ເດືອນ ຫາ 5 ປີ

Published on

ສໍານັກຂ່າວ ຣອຍເຕີ ລາຍງານວ່າ ບໍລິສັດໂມເດີນາ ຜູ້ຜະລິດວັກຊີນປ້ອງກັນພະຍາດໂຄວິດ-19 ຂອງສະຫະລັດ ວາງແຜນກຽມຍື່ນໃບຄໍາຮ້ອງໃຫ້ໜ່ວຍງານຄວບຄຸມດ້ານສຸຂະພາບຂອງສະຫະລັດ ເພື່ອຂໍໃຫ້ອະນຸຍາດການນຳ ໃຊ້ວັກຊີນປ້ອງກັນໂຄວິດ-19 ໃນກໍລະນີສຸກເສີນ (EUA) ໃນບັນດາກຸ່ມເດັກນ້ອຍທີ່ມີອາຍຸລະຫວ່າງ 6 ເດືອນຫາ 5 ປີ ໃນທ້າຍເດືອນນີ້, ໂຄສົກຂອງບໍລິສັດກ່າວ.

ບໍລິສັດໂມເດີນາກ່າວວ່າ ການຢື່ນຄໍາຮ້ອງເພື່ອໃຊ້ວັກຊີນປ້ອງກັນໂຄວິດ-19 ໃນບັນດາກຸ່ມເດັກນ້ອຍທີ່ມີອາຍຸລະຫວ່າງ 6 ເດືອນຫາ 5 ປີ ເປັນກໍລະນີສຸກເສີນໃນຄັ້ງນີ້ ເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19 ສາຍພັນໂອມິຄຣອນ ໃນບັນດາກຸ່ມເດັກນ້ອຍອາຍຸດັ່ງກ່າວຫຼາຍກວ່າສາຍພັນອື່ນໆ ໂດຍຜົນການທົດລອງຫຼ້າສຸດພົບວ່າ ການສັກວັກຊີນສອງໂດສ໌ຂອງກຸ່ມເດັກນ້ອຍທີ່ມີອາຍຸລະຫວ່າງ 2-5 ປີ ມີປະສິດທິພາບປ້ອງກັນໄດ້ 38% ໃນຂະນະທີ່ການສັກວັກຊີນຂອງກຸ່ມເດັກນ້ອຍທີ່ມີອາຍຸລະຫວ່າງ 6ເດືອນ ຫາ 2 ປີ ມີປະສິດທິພາບປ້ອງກັນເຖິງ 44%.

ການໜ້ານີ້ ອົງການອາຫານ ແລະ ຢາຂອງສະຫະລັດ (FDA) ໄດ້ອະນຸຍາດໃຫ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ເທື່ອທີ 3 ຂອງບໍລິສັດໄຟເຊີ ໃນກຸ່ມເດັກນ້ອຍທີ່ອາຍຸລະຫວ່າງ 12-15 ປີ ແລະ ເດັກນ້ອຍທີ່ອາຍຸລະຫວ່າງ 5-11 ປີ ທີ່ມີພູມຕ້ານທານບົກຜ່ອງໃນເດືອນມັງກອນທີ່ຜ່ານມາ.

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...