spot_img
Homeຂ່າວຕ່າງປະເທດພົບໄມໂຄຣພລາສຕິກທີ່ຢູ່ເລິກລົງໄປໃນປອດຂອງຄົນເປັນຄັ້ງທຳອິດ

ພົບໄມໂຄຣພລາສຕິກທີ່ຢູ່ເລິກລົງໄປໃນປອດຂອງຄົນເປັນຄັ້ງທຳອິດ

Published on

ພົບມົນ​ລະ​ພິດໄມໂຄຣພລາສຕິກທີ່ຝັງເລິກ​ໃນ​ປອດ​ຂອງ​ຄົນທີ່ມີ​ຊີ​ວິດ​ເປັນ​ຄັ້ງ​ທໍາ​ອິດ​. ພົບອະນຸພາກໃນຕົວຢ່າງເກືອບທັງໝົດທີ່ໄດ້ວິເຄາະ.

ນັກວິທະຍາສາດກ່າວວ່າ ມົນລະພິດໄມໂຄຣພລາສຕິກປັດຈຸບັນແມ່ນມີຢູ່ທົ່ວທຸກມຸມໂລກ, ເຮັດໃຫ້ຄົນເຮົາບໍ່ສາມາດຫຼີກລ່ຽງໄດ້ ແລະ ໝາຍຄວາມວ່າ “ມີຄວາມກັງວົນເພີ່ມຂຶ້ນກ່ຽວກັບອັນຕະລາຍ” ຕໍ່ສຸຂະພາບ.

ຕົວຢ່າງໄດ້ຖືກນໍາອອກຈາກເນື້ອເຍື່ອທີ່ນໍາອອກຈາກຄົນປ່ວຍ 13 ຄົນ ທີ່ໄດ້ຮັບການຜ່າຕັດ ແລະ ໄດ້ພົບໄມໂຄຣພລາສຕິກໃນຄົນປ່ວຍຈໍານວນ 11 ກໍລະນີ. ອະນຸພາກທີ່ພົບຫຼາຍທີ່ສຸດແມ່ນ ໂພລີໂພຣພີລິນທີ່ໃຊ້ໃນການຫຸ້ມຫໍ່ພລາສຕິກ ແລະ ທໍ່ ແລະ PET ທີ່ໃຊ້ໃນຂວດ. ການສຶກສາສອງຄັ້ງທີ່ຜ່ານມາໄດ້ພົບເຫັນໄມໂຄຣພລາສຕິກໃນອັດຕາທີ່ສູງທີ່ຄ້າຍຄືກັນກັບຢູ່ໃນເນື້ອເຍື່ອປອດໃນລະຫວ່າງການຜ່າສົບ.

ເປັນທີ່ຮູ້ກັນດີຢູ່ແລ້ວວ່າຄົນເຮົາຫາຍໃຈເອົາອະນຸພາກນ້ອຍໆເຂົ້າໄປ ເຊັ່ນດຽວກັນກັບການບໍລິໂພກມັນຜ່ານທາງອາຫານ ແລະ ນໍ້າ. ຄົນງານທີ່ສໍາຜັດກັບໄມໂຄຣພລາສຕິກໃນລະດັບສູງແມ່ນເປັນທີ່ຮູ້ຈັກກັນວ່າມີພະຍາດ.

ໄມໂຄຣພລາສຕິກໄດ້ຖືກກວດພົບຢູ່ໃນເລືອດຂອງມະນຸດເປັນຄັ້ງທໍາອິດໃນເດືອນມີນາ ເຊິ່ງສະແດງໃຫ້ເຫັນວ່າອະນຸພາກດັ່ງກ່າວສາມາດເຂົ້າໄປທົ່ວຮ່າງກາຍ ແລະ ອາດຈະຕິດຢູ່ໃນອະໄວຍະວະຕ່າງໆ. ຜົນກະທົບຕໍ່ສຸຂະພາບແມ່ນຍັງບໍ່ທັນຮູ້ເທື່ອ. ແຕ່ນັກຄົ້ນຄວ້າມີຄວາມກັນວົນວ່າໄມໂຄຣພລາສຕິກຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ຈຸລັງຂອງມະນຸດໃນຫ້ອງທົດລອງ ແລະ ອະນຸພາກມົນລະພິດທາງອາກາດເຊິ່ງເປັນທີ່ຮູ້ຈັກດີຢູ່ແລ້ວວ່າມັນຈະເຂົ້າໄປໃນຮ່າງກາຍ ແລະ ເຮັດໃຫ້ເສຍຊີວິດກ່ອນໄວອັນຄວນຫຼາຍລ້ານຄົນຕໍ່ປີ.

ການຄົ້ນຄວ້າທີ່ໄດ້ຮັບການຍອມຮັບໃຫ້ຕີພິມເຜີຍແຜ່ລົງວາລະສານ Science of the Total Environment ໄດ້ນໍາໃຊ້ຕົວຢ່າງຂອງເນື້ອເຍື່ອປອດທີ່ແຂງແຮງຈາກບໍລິເວນເປົ້າຫມາຍການຜ່າຕັດ.ໂດຍວິເຄາະອຸນຸພາກທີ່ບໍ່ເກີນຂະໜາດ 0.003ມມ ແລະ ນໍາໃຊ້ເຄື່ອງສະເປັກໂຕຣສໂກປີ ເພື່ອກໍານົດປະເພດຂອງພລາສຕິກ. ນອກນີ້ ຍັງໄດ້ນໍາໃຊ້ຕົວຢ່າງຄວບຄຸມເພື່ອພິຈາລະນາລະດັບຂອງການປົນເປື້ອນໃນພື້ນຫລັງ.

ແຫຼ່ງຂໍ້ມູນອ້າງອິງ: The Guardian

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...